Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີສະຫຼຸບການຮຽນ-ການສອນ ສົກສຶກສາ 2021-2022 ​ແລະ ໄຂສົກຮຽນໃໝ່ 2022-2023 ຂອງວິທະຍາໄລກະສິກໍາ ແລະ ປ່າໄມ້ສະຫວັນນະເຂດ

ໃນວັນທີ 08 ພະຈິກ ວິທະຍາໄລກະສິກໍາ ແລະ ປ່າໄມ້ ສະຫວັນນະເຂດໄດ້ຈັດພິທີສະຫຼຸບການຮຽນ-ການສອນ ສົກສຶກສາ 2021-2022​ແລະ ໄຂສົກຮຽນໃໝ່ 2022-2023 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປະລິນຍາເອກ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ໄດ້ມີຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຮອງຫົວໜ້າຫ້ອງການກະຊວງສິກໍາ ແລະ ປ່າໄມ້, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ, ອໍານວຍ ການວິທະຍາໄລ, ຮອງອໍານວຍການວິທະຍາໄລ ແລະ ພ້ອມດ້ວຍຄູ-ອາຈານ, ພະນັກງານ, ນັກສຶກສາ ແລະ ແຂກທີ່ມີກຽດເຂົ້າຮ່ວມຢ່າງຟົດຟື້ນ.

ທ່ານ ຈໍາປາທອງ ທໍາມະວົງ ອໍານວຍການວິທະຍາໄລກະສິກໍາ ແລະ ປ່າໄມ້ສະຫວັນນະເຂດ ໄດ້ຜ່ານບົດລາຍງານສະຫຼຸບການຮຽນ-ການສອນ ໃນສົກສຶກສາ 2021-2022 ມີເນື້ອໃນສໍາຄັນດັ່ງນີ້: ດ້ານໂຄງປະກອບການຈັດຕັ້ງ: ມີ 02 ຫ້ອງການ ແລະ 05 ຄະນະວິຊາ; ດ້ານບຸກຄະລາກອນ: ມີພະນັກງານລັດຖະກອນທັງໝົດ 56 ທ່ານ​ (ຍິງ 33) ມີລະດັບການສຶກສາ ປະລິນຍາໂທ 08 ທ່ານ (ຍິງ 01), ປະລິນຍາຕີ 38 ທ່ານ (ຍິງ 24) ແລະ ຊ້ັນສູງ 10 ທ່ານ (ຍິງ 08); ຈໍານວນນັກສຶກສາໃນສົກປີ 2021-2022 ມີທັງໝົດ 252 ຄົນ (ຍິງ 94) ສຶກສາໃນລະດັບຊັ້ນສູງ 227 ຄົນ (ຍິງ 90), ຊັ້ນກາງ 10 ຄົນ (ຍິງ 0), ຊັ້ນສູງລະບົບຕໍ່ເນື່ອງ 15 ຄົນ (ຍິງ 04), ນັກສຶກສາທີ່ຈະຈົບໃນສົກປີ 2021-2022 ມີຈໍານວນ 119 ຄົນ (ຍິງ 46) ແລະ ມີນັກສຶກສາໃໝ່ ໃນສົກປີ 2022-2023 ມີຈໍານວນ 58 ຄົນ (ຍິງ 21). ນອກຈາກນີ້ໃນພີທີຍັງໄດ້ມອບໃບຍ້ອງຍໍໃຫ້ກັບພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ທີ່ມີຜົນງານເດັ່ນ

ໃນຕອນທ້າຍຂອງພິທີ ທ່ານ ປະລິນຍາເອກ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ຄໍາໂອ້ລົມກັບບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຊິ່ງມີເນື້ອໃນດັ່ງນີ້: - ຕ້ອງພັດທະນາຫຼັກສູດການສິດການສອນໃຫ້ມີຄວາມສອດຄ່ອງກັບແຜນພັດທະນາໄລຍະໃໝ່ - ປັບປຸງພື້ນຖານໂຄງລ່າງຂອງວິທະຍາໄລໃຫ້ມີຄວາມທັນສະໄໝ, ສະດວກສະບາຍ ໃຫ້ແກ່ນັກສຶກສາ - ໃຫ້ເພີ່ມການປະສານງານກັບພາກສ່ວນສາຍຕັ້ງຂອງຕົນ ແລະ ບັນດາພະແນກການປິ່ນອ້ອມໃຫ້ມີການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ - ໃຫ້ກົມຈັດຕັ້ງ ແລະ ພະນັກງານ ສັງລວມຄວາມຕ້ອງການພະນັກງານໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມຄວາມຕ້ອງການ ແລະ ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກໍ່ຍັງໄດ້ສະແດງຄວາມຍິນດີກັບນັກສຶກສາທີ່ໄດ້ສໍາເລັດການສຶກສາໃນສົກຮຽນປີ 2021-2022 ແລະ ທ່ານຍັງຊີ້ທິດເຍືອງທາງໃຫ້ນັກສຶກສາ ປະສົບຜົນສໍາເລັດໃນຊີວິດ, ໃຫ້ເປັນຄົນດີຂອງສັງຄົມ, ນໍາໃຊ້ຄວາມຮູ້ຄວາມສາມາດທີ່ໄດ້ສຶກສາຮໍ່າຮຽນຈາກວິທະຍາໄລປະກອບສ່ວນເຂົ້າໃນວຽກງານຂະແໜງການກະສິກໍາ ໂດຍສະເພາະແມ່ນບັນດາສູນ ບັນດາສະຖານີ ແລະ ເຂົ້າເຮັດວຽກກັບບໍລິສັດ, ຫົວໜ່ວຍທຸລະກິດ ໃນການສ້າງສາປະເທດ ຊາດ ແລະ ສິ່ງສໍາຄັນຕ້ອງສ້າງເປັນອາຊີບສາມາດລ້ຽງຊີບຕົນເອົງ ລ້ຽງຊີບຄອບຄົວໄດ້

ພາບ ແລະ ຂ່າວໂດຍ:​ ວິລະກອນ ເຄນທະລັງສີ