Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ສຳເລັດການຈັດງານຕະຫຼາດນັດແຮງງານ

ໃນລະຫວ່າງ ວັນທີ 3 - 5 ຕຸລາ 2022 ທີ່ຜ່ານມານີ້ ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ຈັດງານຕະຫຼາດນັດແຮງງານລະຫວ່າງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ, ການຂື້ນທະບຽນຜູ້ຫວ່າງງານ ແລະ ຜູ້ຫວ່າງງານສຳລັບສະມາຊິກປະກັນສັງຄົມຂື້ນ ໂດຍການຮ່ວມມືກັນລະຫວ່າງ ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ, ໂຄງການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປ ຈີນ (ILO-China) ແລະ ພະແນກແຮງງານ - ສະຫວັດດີການສັງຄົມແຂວງຫຼວງພະບາງ. ງານໃນຄັ້ງນີ້ ເປັນປະທານຮ່ວມຂອງ ທ່ານ ສຸລິສັກ ພົມມະລີ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫຼວງພະບາງ, ທ່ານ ປອ ອຸໄທ ສຸກຂີ ຮັກສາການອໍານວຍການ ວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ, ທ່ານ ນາງ ແກ້ວວັນໄລ ພັນທະວົງ ຜູ້ຕາງໜ້າໂຄງການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສ.ປ ຈີນ (ILO-China), ຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ ກະຊວງກະສິກຳປ່າໄມ້, ກົມການຈັດຫາງານ, ສະຖານປະກອບການຕ່າງໆ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງພະບາງ ພ້ອມດ້ວຍບັນດາແຂກທີ່ຖືກເຊີນ, ນັກຮຽນຈາກ ໂຮງຮຽນມັດທະຍົມ ອ້ອມຂ້າງວິທະຍາໄລ ແລະ ນັກສຶກສາພາຍໃນວິທະຍາໄລເຂົ້າຮ່ວມ.

ໃນພິທີ ທ່ານປະທານທັງ 3 ທ່ານ ໄດ້ພັດປ່ຽນຂື້ນມີຄໍາເຫັນ ພ້ອມທັງຕັດແຖບຜ້າ ເປີດງານ, ຈາກນັ້ນ ທ່ານ ປອ. ໄຊຄໍາ ສຸກສະນິດ ຮອງອໍານວຍການວິທະຍາໄລໄດ້ຂຶ້ນນໍາສະເໜີສະພາບລວມຂອງວິທະຍາໄລໂດຍຫຍໍ້ ພ້ອມທັງການຂື້ນບັນຍາຍ ແລະ ແລກປ່ຽນບົດຮຽນ ຂອງບັນດານັກທຸລະກິດ ທີ່ປະສົບຜົນສຳເລັດ ແລະ ພໍ່ແມ່ປະຊາຊົນຜູ້ທີ່ເຮັດການກະສິກໍາ ໃນການປູກຝັງ-ລ້ຽງສັດ ທີ່ປະສົບຜົນສໍາເລັດ, ການຖາມ-ຕອບກ່ຽວກັບການກະສິກຳ ລະຫວ່າງຜູ້ບັນຍາຍ ແລະ ບັນດານັກຮຽນ-ນັກສຶກສ. ນອກນັ້ນ, ໃນງານກໍ່ຍັງມີຈຸດ ບໍລິການການຈັດຫາງານ - ໃຫ້ຄໍາປຶກສາດ້ານອາຊີບ ຈາກພະແນກແຮງງານ ແລະ ສະຫວັດດີການແຂວງ, ຈຸດວາງສະແດງສິນຄ້າເຄື່ອງອຸປະໂພກ-ບໍລິໂພກ ທາງດ້ານການກະສິກຳ ແລະ ຜະລິດຕະພັນຕ່າງໆ.

ເຊິ່ງຈຸດປະສົງຂອງການຈັດງານໃນຄັ້ງນີ້ ເພື່ອເປັນການໂຄສະນາໃຫ້ນັກສຶກສາ ເຫັນໄດ້ຄວາມສຳຄັນໃນການເຂົ້າຮຽນ ທີ່ ວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ ໃຫ້ຫຼາຍຂຶ້ນ, ສ້າງໂອກາດໃຫ້ນັກສຶກສາທີ່ຮຽນຈົບມີໂອກາດເຂົ້າຫາແຫຼ່ງຂໍ້ມູນ ໃນການຊອກຫາວຽກເຮັດງານທຳ ແລະ ການປະກອບອາຊີບກັບສະຖານທີ່ຜູ້ປະກອບການ ຈາກບ້ານພັກ, ໂຮງແຮມ, ບໍລິສັດ, ຫ້າງຮ້ານ, ເຊື້ອເຊີນເອົາຫຼາຍພາກສ່ວນຄູ່ຮ່ວມງານ, ຕາງໜ້າກຸ່ມການຜະລິດກະສິກຳ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ພະແນກອຸດສາຫະກຳການຄ້າແຂວງຫຼວງພະບາງ, ຕາງໜ້າສະຖາບັນການສຶກສາ ຂຶ້ນມາແລກປ່ຽນຖອດຖອນບົດຮຽນນໍາກັນ, ໃຫ້ຜູ້ປະກອບການແລກປ່ຽນການປະກອບທຸລະກິດກະສິກໍາ ແລະ ການຈະກາຍເປັນຜູ້ປະກອບການດ້ວຍຕົນເອງ.

ຂ່າວ: ໄຊຍະກອນ ປັນຍາ