Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມທາບທາມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງ ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ

ໃນຕອນເຊົ້າວັນທີ 23 ກັນຍາ 2022 ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ໄດ້ເປີດກອງປະຊຸມທາບທາມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ພາຍໃຕ້ເປັນປະທານໂດຍ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ນອກນີ້ຍັງມີ ທ່ານ ຮອງຫົວໜ້າກົມຈັດຕັ້ງ, ບັນດາຫົວໜ້າພະແນກ, ບັນດາຫົວໜ້າຂະແໜງ , ວິຊາການ ຂອງ ສູນ ສພບ ເຂົ້າຮ່ວມ

ພາບ-ຂ່າວໂດຍ: ປະກາຍສິດ ວັນນະວົງ