Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຄະນະພັກຮາກຖານວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ

ໃນຕອນເຊົ້າ ວັນທີ 15 ກັນຍາ 2022 ນີ້ ຢູ່ທີ່ຫ້ອງປະຊຸມ ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ, ໂດຍການເປັນປະທານ ຂອງ ສະຫາຍ ປອ. ອຸໄທ ສຸກຂີ ເລຂາຄະນະພັກຮາກຖານວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ໃນພິທີຍັງໄດ້ມີມີສະຫາຍເລຂາໜ່ວຍພັກ, ສະຫາຍຮອງເລຂາໜ່ວຍພັກ, ສະຫາຍຄະນະພັກ ເຂົ້າຮ່ວມ ພ້ອມດ້ວຍສະມາຊິກພັກທັງສີ່ໜ່ວຍພັກ.

ໃນພິທີ ເລຂາໜ່ວຍພັກທັງສີ່ໜ່ວຍພັກ ໄດ້ພັດປ່ຽນຂຶ້ນຜ່ານມະຕິຕົກລົງ ພ້ອມທັງມອບມະຕິຕົກລົງວ່າດ້ວຍການຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ ຈໍານວນທັງໝົດ 13 ສະຫາຍ (ຍິງ 07 ສະຫາຍ) ເຊິ່ງປະກອບມີໜ່ວຍພັກຫ້ອງການ 03 ສະຫາຍ (ຍິງ 02 ສະຫາຍ); ໜ່ວຍພັກຄະນະວິຊາລ້ຽງສັດ 04 ສະຫາຍ (ຍິງ 02 ສະຫາຍ); ໜ່ວຍພັກຄະນະວິຊາປູກຝັງ 04 ສະຫາຍ (ຍິງ 02 ສະຫາຍ) ແລະ ຄະນະວິຊາປ່າໄມ້ 02 ສະຫາຍ (ຍິງ 01 ສະຫາຍ)

ຫຼັງຈາກນັ້ນ ສະຫາຍ ອຸໄທ ສຸກຂີ ເລຂາຄະນະພັກພັກຮາກຖານວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ໄດ້ມີຄໍາເຫັນໂອ້ລົມກັບບັນດາສະມາຊິກພັກສໍາຮອງ ແລະ ສະມາຊິກພັກທັງໝົດຄື: ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບັນດາສະຫາຍສະມາຊິກພັກໃໝ່ຍາດມາໄດ້ນັ້ນກໍ່ຍ້ອນຄວາມຫ້າວຫັນ, ບຸກບືນ, ຝຶກຝົນຫຼ່ໍຫຼອມຕົນເອງ ນອກນັ້ນ ສະຫາຍຍັງອະທິບາຍເຖິງຄວາມໝາຍ ຄວາມສໍາຄັນຂອງຮູບພາບ, ສັນຍາລັກຂອງເຄື່ອງໝາຍພັກ, ຍົກໃຫ້ເຫັນພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະມາຊິກພັກ, ໃນຕອນທ້າຍສະຫາຍຍັງໄດ້ເນັ້ນໃຫ້ສະມາຊິກພັກທຸກສະຫາຍຈົ່ງຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງ ເປັນສະມາຊິກພັກຜູ້ທີ່ດີເດັ່ນ, ເປັນແບບຢ່າງທີ່ດີໃຫ້ແກ່ອົງການຈັດຕັ້ງມະຫາຊົນ ເປັນເຈົ້າການໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິຄຳສັ່ງນະໂຍບາຍ-ແນວທາງຂອງພັກພ້ອມທັງປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານຂອງພັກ ເພື່ອກໍ່ສ້າງໜ່ວຍພັກໃຫ້ມີຄວາມເຂັ້ມແຂງຂຶ້ນໄປເລື້ອຍໆ.

ພາບ-ຂ່າວ: ​ ສີສະຫວາດ ພັນທຸວົງ