Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ສະຫຼຸບການກໍ່ສ້າງວິຊາການຫຼັກສູດຊັ້ນສູງ ກະສິກຳ ແລະ ປ່າໄມ້ ເຂດເນີນສູງ ໃນສົກປີ 2021-2022

ໃນວັນທີ 02 ກັນຍາ 2022 ນີ້ ຢູ່ທີ່ສະໂມສອນວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ໄດ້ມີພິທີ ສະຫຼຸບການກໍ່ສ້າງວິຊາການຫຼັກສູດຊັ້ນສູງ ກະສິກຳ ແລະ ປ່າໄມ້ເຂດເນີນສູງ ລະບົບຕໍ່ເນື່ອງ ຮຸ່ນທີ 9 ແລະ ລະບົບກໍ່ສ້າງ ຮຸ່ນທີ 10 ສົກປີ 2021-2022, ໂດຍການເປັນປະທານຂອງ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງກະສິກຳ ແລະ ປ່າໄມ້. ມີຜູ້ຕາງໜ້າຈາກ ຫ້ອງການກະຊວງກະສິກຳ ແລະ ປ່າໄມ້, ຜູ້ຕາງໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ, ຜູ້ຕາງໜ້າສະຖາບັນການສຶກສາ, ຂະແໜງການ ແລະ ອໍານາດການປົກຄອງບ້ານອ້ອມຂ້າງວິທະຍາໄລ, ຄະນະອໍານວຍການ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ, ຫົວໜ້າ ແລະ ຮອງຫົວໜ້າຄະນະວິຊາ ພ້ອມດ້ວຍພະນັກງານຄູອາຈານ ແລະ ນັກສຶກສາ ປີທີ 3 ເຂົ້າຮ່ວມ.

ທ່ານ ອໍາໄພວັນ ສຸກສັນຕິ ຮອງອໍານວຍການວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍການອະນຸມັດ ຈັດພິທີສະຫຼຸບການກໍ່ສ້າງວິຊາການຫຼັກສູດຊັ້ນສູງ ກະສິກຳ ແລະ ປ່າໄມ້ເຂດເນີນສູງ ສົກປີ 2021-2022, ຈາກນັ້ນ ທ່ານ ນວນທອງ ອິນທະລີ ຫົວໜ້າຫ້ອງການພັດທະນາວິຊາການ ໄດ້ຂຶ້ນຜ່ານບົດສະຫຼຸບການກໍ່ສ້າງວິຊາການຫຼັກສູດກະສິກຳ ແລະ ປ່າໄມ້ ເຂດເນີນສູງ ຄື: ມີນັກສຶກສາລະບົບກໍ່ສ້າງວິຊາການທັງໝົດ 62 ຄົນ (ຍິງ 32), ໃນນັ້ນມີນັກສຶກສາຄະນະວິຊາປູກຝັງ 08 ຄົນ (ຍິງ 06), ຄະນະວິຊາລ້ຽງສັດ 35 ຄົນ (ຍິງ 17), ຄະນະວິຊາປະມົງ 12 ຄົນ (ຍິງ 04), ຄະນະວິຊາທຸລະກິດກະສິກໍາ 07 ຄົນ (ຍິງ 05) ແລະ ລະບົບຕໍ່ເນື່ອງ 05 ຄົນ (ຍິງ 02).

ໃນການສຶກສາທັງໝົດໃນລະບົບກໍ່ສ້າງທັງໝົດ 03 ປີ, ມີ 06 ພາກຮຽນ, ມີ 113 ໜ່ວຍກິດ, ໃນ 5 ສາຂາວິຊາ ຄື: ສາຂາວິຊາປູກຝັງ, ສາຂາວິຊາລ້ຽງສັດ, ສາຂາວິຊາທຸລະກິດກະສິກໍາ, ສາຂາວິຊາປ່າໄມ້ ແລະ ສາຂາວິຊາປະມົງ. ສໍາລັບລະບົບຕໍ່ເນື່ອງ ມີ 03 ພາກຮຽນ, ມີ 55 ໜ່ວຍກິດ. ຕະຫຼອດໄລຍະທີ່ຜ່ານມາ ນັກສຶກສາ ໄດ້ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ຜ່ານການສອບເສັງແຕ່ລະວິຊາ ແລະ ສາມາດປ້ອງກັນບົດຈົບຊັ້ນ ຕາມຫຼັກສູດການຮຽນ-ການສອນ ຢ່າງຄົບຖ້ວນ. ຜ່ານການຈັດຕັ້ງການປ້ອງກັນບົດຕົວຈິງ ຜົນໄດ້ຮັບ ຄື ໄດ້ເກຼດ A ມີ 59 ຄົນ (ຍິງ 30) ເທົ່າກັບ 88.06 %; ເກຼດ B+ ມີ 08 ຄົນ (ຍິງ 04) ເທົ່າກັບ 11.94%. ນອກຈາກການຮຽນໃນຫ້ອງຮຽນແລ້ວ ນັກສຶກສາກໍ່ຍັງໄດ້ປະກອບສ່ວນໃນວຽກງານນອກຫຼັກສູດ.

ຈາກຜົນງານດັ່ງກ່າວຈຶ່ງໄດ້ມີການຍ້ອງຍໍ ພ້ອມທັງໄດ້ມອບໃບຍ້ອງຍໍໃຫ້ແກ້ຜູ້ທີ່ມີຜົນງານດີເດັ່ນຈໍານວນ 12 ປະເພດຄື: ດີເດັ່ນດ້ານການຮໍ່າຮຽນ 03 ຄົນ (ຍິງ 02), ເດັ່ນການອອກແຮງງານ 25 ຄົນ (ຍິງ 15), ເດັ່ນໃນການປະກອບສ່ວນຊ່ວຍວຽກງານຫ້ອງສະມຸດ 04 ຄົນ (ຍິງ 04), ດີເດັ່ນໃນການປະກອບສ່ວນອາສາສະໝັກອະນຸລັກສິ່ງແວດລ້ອມ 15 ຄົນ (ຍິງ 07), ເດັ່ນການປະກອບສ່ວນອາສາສະໝັກຈັດລາຍການໂທລະໂຄ່ງ, ຖ່າຍຮູບ, ເກັບຂ່າວຂອງວິທະຍາໄລ 13 ຄົນ (ຍິງ 04), ເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານຫໍພັກຍິງ-ຊາຍ 19 ຄົນ (ຍິງ 09), ເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານປ້ອງກັນ 02 ຄົນ (ຍິງ 0), ເດັ່ນໃນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົນ 17 ຄົນ (ຍິງ 08), ເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານກິລາ 15 ຄົນ (ຍິງ 06), ເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານອົງການຈັດຕັ້ງແມ່ຍິງ 28 ຄົນ, ເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານອົງການຈັດຕັ້ງຊາວໜຸ່ມ 45 ຄົນ (ຍິງ 24), ເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານອົງການຈັດຕັ້ງກໍາມະບານ 61 ຄົນ (ຍິງ 33), ຫຼັງຈາກນັ້ນ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານໄດ້ມອບໃບປະກາສະນິຍະບັດ ໃຫ້ແກ່ນັກສຶກສາທີ່ສໍາເລັດການສຶກສາໃນຄັ້ງນີ້ ພ້ອມທັງມີຄໍາເຫັນໂອ້ລົມ ເຊຶ່ງທ່ານໄດ້ຍ້ອງຍໍຊົມເຊີຍບັນດາຄູ-ອາຈານ ທີ່ໄດ້ເອົາໃຈໃສ່ ຕັ້ງໜ້າສິດສອນ ຖ່າຍທອດຄວາມຮູ້ ປະສົບການ ແລະ ນັກສຶກສາທີ່ໄດ້ເອົາໃຈໃສ່ສຶກສາຄົ້ນຄວ້າຮໍ່າຮຽນ ພ້ອມທັງຜົນງານທີ່ດີເດັ່ນຫຼາຍດ້ານໃນໄລຍະ 03 ປີ, ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາຄູ-ອາຈານຈົ່ງສືບຕໍ່ເອົາໃຈໃສ່ໃນການປະຕິບັດໜ້າທີ່ຂອງຕົນ ໂດຍສະເພາະການກໍ່ສ້າງບຸກຄະລາກອນທາງດ້ານການກະສິກຳ ແລະ ປ່າໄມ້ ພ້ອມທັງ ປັບປຸງຫຼັກສູດການຮຽນ-ການສອນໃຫ້ສອດຄ່ອງກັບຕະຫຼາດແຮງງານ, ພ້ອມທັງຍົກສູງຄຸນນະພາບຂອງການສຶກສາໃຫ້ນັບມື້ນັບດີຂຶ້ນ, ໃນຕອນທ້າຍທ່ານຍັງໄດ້ຮຽກຮ້ອງໃຫ້ນັກສຶກສາທີ່ສຳເລັດການສຶກສາຄັ້ງນີ້ກຽມຕົວເພື່ອເຂົ້າສູ່ຕະຫຼາດແຮງງານໃນການປະກອບອາຊີບ ແລະ ນໍາເອົາຄວາມຮູ້-ປະສົບການ ທີ່ໄດ້ຮຽນມານັ້ນໄປໝູນໃຊ້ໃນການປະຕິບັດວຽກງານໃຫ້ເກີດດອກອອກຜົນໃນອະນາຄົດ.

ຂ່າວ ສີສະຫວາດ ພັນທຸວົງ