Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນລົງເຄື່ອນໄຫວແລກປ່ຽນບົດຮຽນ ຢູ່ແຂວງພາກໃຕ້

ເພື່ອປະຕິບັດຕາມແຜນການຮຽນ-ການສອນຂອງໂຮງຮຽນວາງອອກໃຫ້ປະກົດຜົນເປັນຈິງ ແລະ ຕິດພັນກັບແຜນຍຸດທະສາດການພັດ ທະນາຊັບພະຍາກອນມະນຸດ ຂອງກະຊວງກະສິກໍາ ແລະ ປ່າໄມ້ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030, ໃນລະຫວ່າງວັນທີ 10-15 ກໍລະກົດ 2022 ໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ໄດ້ລົງໂຄສະນາຮັບນັກສຶກສາຢູ່ 4 ແຂວງພາກໃຕ້ຄື ແຂວງສາລະວັນ, ແຂວງຈໍາປາສັກ, ແຂວງເຊກອງ ແລະ ແຂວງອັດຕະປື ໂດຍການນໍາພາຂອງທ່ານ ອານຸສອນ ຄຸນສົມບັດ ຮັກສາການອໍານວຍການໂຮງຮຽນ ແລະ ມີຫົວໜ້າຫ້ອງການພັດທະນາວິຊາການ, ຫົວໜ້າຄະນະວິຊາ ທັງໝົດ 6 ທ່ານ. ເພື່ອສືບຕໍ່ວຽກງານດັ່ງກ່າວໃນຕອນເຊົ້າວັນທີ 11 ກໍລະກົດ 2022 ທີມງານຍັງໄດ້ລົງເຄື່ອນໄຫວໂຄສະນາຮັບນັກສຶກສາທີ່ແຂວງສາລະວັນ ໂດຍໄດ້ເຂົ້າພົບຄະນະນໍາຂອງພະແນກກະສິກໍາ ແລະ ປ່າໄມ້ ແລະ ຄະນະນໍາພະແນກສຶກສາທິການ ແລະ ກິລາ ນໍາສະເໜີຈຸດປະສົງ ແລະ ແລກປ່ຽນບົດຮຽນ ເພື່ອປັບປຸງຫຼັກສູດການຮຽນ-ຮຽນສອນໃຫ້ດີຂຶ້ນ ເຊິ່ງ ທ່ານ ອານຸສັກ ຈໍາປາຄໍາ ຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ ແຂວງສາລະວັນ ກໍໄດ້ສະແດງຄວາມຊົມເຊີຍມາຍັງຄະນະນໍາຂອງໂຮງຮຽນທີ່ໄດ້ມີແຜນການລົງເຄື່ອນໄຫວໃນຄັ້ງນີ້ ເພື່ອເປີດກວ້າງໃຫ້ແກ່ລູກຫຼານທີ່ມີຄວາມຕ້ອງການ ໄດ້ເຂົ້າເຖິງທຶນການສຶກສາ. ໃນມື້ດຽວກັນຍັງໄດ້ເຂົ້າພົບຄະນະນໍາຂອງພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ໂດຍ ທ່ານ ອານຸສອນ ຄຸນສົມບັດ ຮັກສາການ ອໍານວຍການໂຮງຮຽນ ໄດ້ນໍາສະເໜີເຖິງຈຸດປະສົງຂອງການລົງໂຄສະນາໃນຄັ້ງນີ້ຕໍ່ຄະນະນໍາຂອງພະແນກ ເພື່ອເປັນແຮງໃນການຊ່ວຍໂຄສະໜາຮັບນັກສຶກສາໃນຄັ້ງນີ້. ຈາກນັ້ນ, ໃນລະຫວ່າງວັນທີ 12-14 ກໍລະກົດ 2022 ກໍໄດ້ສືບຕໍ່ເຄື່ອນໄຫວໂຄສະນາຮັບນັກສຶກສາທີ່ແຂວງເຊກອງ, ແຂວງອັດຕະປື ແລະ ແຂວງຈໍາປາສັກ ໄດ້ເຂົ້າພົບຄະນະນໍາຂອງພະແນກກະສິກໍາ ແລະ ປ່າໄມ້ ແລະ ຄະນະນໍາພະແນກສຶກສາທິການ ແລະ ກິລາ ເພື່ອພົບປະແລກປ່ຽນບົດຮຽນກ່ຽວກັບການພັດທະນາຊັບພະນາກອນມະນຸດຂອງແຂວງ, ທິດທາງແຜນການຂອງກະຊວງກະສິກໍາ ແລະ ປ່າໄມ້ທີ່ໄດ້ວາງອອກ ທ່ານ ອານຸສອນ ຄຸນສົມບັດ ຮັກສາການອໍານວຍການໂຮງຮຽນ ໄດ້ກ່າວວ່າການລົງໂຄສະນາຮັບນັກສຶກສາໃນຄັ້ງນີ້ເປັນວຽກໜຶ່ງທີ່ມີຄວາມສໍາຄັນເປັນການຖອດຖອນບົດຮຽນຫຼາຍຢ່າງ ເພື່ອການປັບປຸງແກ້ໄຂ ແລະ ພັດທະນາເນື້ອໃນການຮຽນ-ການສອນ, ປັບປຸງຫຼັກສູດບາງຄະນະວິຊາທີ່ຕິດພັນກັບພາກປະຕິບັດຕົວຈິງໃຫ້ຫຼາຍຂຶ້ນ, ສ້າງຫຼັກສູດຝືກອົບຮົມດ້ານວິຊາສະເພາະໄລຍະສັ້ນໃຫ້ມີຄວາມຊໍານານງານ ເພື່ອຕອບສະໜອງໃຫ້ກັບຂະແໜງການທີ່ກ່ຽວຂ້ອງ ການລົງໂຄສະນາຄັ້ງນີ້ເພື່ອໃຫ້ນັກສຶກສາທີ່ຮຽນຈົບ ມໍ 7 ມີຄວາມຮັບຮູ້ຕໍ່ກັບຫຼັກສູດ ແລະ ສົນໃຈຢາກສືກສາຕໍ່ກັບວິຊາດັ່ງກ່າວ.

ແຫຼ່ງຂໍ້ມູນ: ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ