Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີລົງນາມ MOU

ໃນຕອນບ່າຍ ຂອງວັນທີ 15 ມິຖຸນາ 2022 ນີ້ ຢູ່ທີ່ຫ້ອງປະຊຸມ ກົມຈັດຕັ້ງ ແລະ ພະນັກງານ ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້້າໃຈ (MOU) ລະຫວ່າງ ວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ ແລະ ບໍລີສັດ OFE ຈໍາກັດ ແຫ່ງສາທາລະນະລັດເກົາຫຼີ, ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການກະຊວງ ໂດຍມີ ທ່ານ ທອງສະຫວັນ ພັນທະລະວົງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ທອງສະມຸດ ພູມມະສອນ ອໍານວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ທ່ານ ອໍາໄພວັນ ສຸກສັນຕິ ຮອງອໍານວຍການວິທະຍາໄລ, ທ່ານ ຮໍາ ຢຸງເຊີ ປະທານໃຫຍ່ ບໍລິສັດ OFE ພ້ອມດ້ວຍຄະນະ, ມີຜູ້ຕາງໜ້າຈາກກົມແຜນການ ແລະ ການຮ່ວມມື, ກົມຈັດຕັ້ງ ແລະ ພະນັກງານ, ຜູ້ຕາງໜ້າຈາກຫ້ອງການກະຊວງ, ໃນການລົງນາມບົດບັນທຶກໃນຄັ້ງນີ້ ເພື່ອເນັ້ນໃສ່ການຈັດສົ່ງນັກສຶກສາຂອງວິທະຍາໄລ ໄປຝຶກງານຢູ່ ປະເທດເກົາຫຼີໃຕ້ ທັງນີ້ກໍເພື່ອສ້າງຄວາມຊໍານານ, ສ້າງປະສົບການ ແລະ ການແລກປ່ຽນການຮຽນຮູ້ຂອງນັກສຶກສາ ເພື່ອກຽມຄວາມພ້ອມໃນການອອກສູ່ຕະຫຼາດແຮງງານ ແລະ ການປະກອບອາຊີບຂອງນັກສຶກສາ ທັງເປັນການສ້າງສາຍພົວພັນການຮ່ວມມືລະຫວ່າງສອງຊາດ ລາວ-ເກົາຫຼີ ໂດຍສະເພາະແມ່ນວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ ແລະ ບໍລິສັດ OFE ຈໍາກັດ ໃຫ້ມີຄວາມແໜ້ນແຟ້ນຍິ່ງໄປເລື້ອຍໆ.
ພາບ-ຂ່າວ: ທ່ານ ອໍາໄພວັນ ສຸກສັນຕິ