Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021

ພິທີສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ຂອງຄະນະພັກກະຊວງກະສິກຳ ແລະ ປ່າໄມ້
ໂດຍປະຕິບັດຕາມຄໍາສັັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການເພີີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັັ້ມແຂງ, ໜັກແໜ້ນ ແລະ ມະຕິຕົກລົງ ຂອງຄະນະປະຈໍາພັກກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສ, ເຂັັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ສະບັບເລກທີ 0201/ຄພ.ກປ, ລົງວັນທີ 19 ພຶດສະພາ 2022.
ໃນວັນທີ 20 ມິຖຸນາ 2022 ຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີພິທີສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ຂອງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ຂຶ້ນ, ທີ່ສະໂມສອນກະຊວງກະສິກຳ ແລະ ປ່າໄມ້, ໂດຍການເປັນປະທານຂອງ ທ່ານ ທອງພັດ ວົງມະນີ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ຊຶ່ງມີຄະນະປະຈຳພັກກະຊວງ, ກຳມະການພັກກະຊວງ, ເລຂາ-ຮອງເລຂາ ແລະ ຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ທຽບເທົ່າ ເຂົ້າຮ່ວມ ທັງໝົດ 98 ສະຫາຍ, ຍິງ 17 ສະຫາຍ.
ໃນພິທີ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ຂອງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງໄດ້ໃຫ້ຮູ້ວ່າ: ຜ່ານການກວດກາ, ການປະເມີນຜົນ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ສາມາດສັງລວມການສະເໜີຂອງບັນດາຮາກຖານພັກ ສະເໜີເປັນໜ່ວຍພັກປະເພດແຂງ ຈໍານວນ 48 ໜ່ວຍພັກ ເທົ່າກັບ 80% ແລະ ໜ່ວຍພັກກາງ 12 ໜ່ວຍພັກ ເທົ່າກັບ 20%; ຈໍານວນສະມາຊິກພັກທັງໝົດ 1.003 ສະຫາຍ (ຍິງ 311), ສະມາຊິກພັກທີ່ໄດ້ປະເມີນທັງໝົດ ຈໍານວນ 867 ສະຫາຍ (ຍິງ 289), ບໍ່ໄດ້ປະເມີນ 136 ສະຫາຍ (ຍິງ 22): ຈັດປະເພດແຂງ ຈໍານວນ 767 ສະຫາຍ (ຍິງ 257) ເທົ່າກັບ 88,5 %; ປະເພດກາງ ຈໍານວນ 99 ສະຫາຍ (ຍິງ 32) ເທົ່າກັບ 11,4 %; ປະເພດອ່ອນ 01 ສະ ຫາຍ (ຍິງ 0) ເທົ່າກັບ 0,1%. ຈາກນັ້ນ, ທ່ານ ທອງສະວັນ ພັນທະລາວົງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນອ່ານມະຕິຕົກລົງ ຂອງຄະນະປະຈຳພັກກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021. ນອກຈາກນີ້, ກໍ່ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ຈຳນວນ 60 ໜ່ວຍພັກ ຄື: ໜ່ວຍພັກປະເພດແຂງ 48 ໜ່ວຍພັກ ແລະ ໜ່ວຍພັກ ປະເພດກາງ 12 ໜ່ວຍພັກ. ຊຶ່ງໃຫ້ກຽດມອບ ໂດຍ ສະຫາຍ ທອງພັດ ວົງມະນີ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້.

image
ໃນຕອນທ້າຍຂອງພິທີທ່ານປະທານ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳ ດັ່ງນີ້: 
1. ໃຫ້ບັນດາສະຫາຍໃນຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ແລະ ຄະນະໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ພ້ອມກັນສືບຕໍ່ຄົ້ນຄວ້າກຳແໜ້ນບັນດາຫຼັກການ ເນື້ອໃນ, ບາດກ້າວ, ຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຢ່າງເລິກເຊິ່ງ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປີ 2022; 
2. ໜ່ວຍພັກໃດທີ່ໄດ້ຮັບນາມມະຍົດໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີ 2021 ແລ້ວໃຫ້ສືບຕໍ່ຮັກສາມູນເຊື້ອໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ; 
3. ສຳລັບໜ່ວຍພັກທີ່ຍັງບໍ່ທັນໄດ້ຮັບຮອງເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ໃຫ້ພ້ອມກັນສືບຕໍ່ນຳພາ, ຊີ້ນຳຢ່າງແທດເຖິງ, ບັນຫາໃດທີ່ພວກເຮົານຳພາໄດ້ໃຫ້ສືບຕໍ່ເສີມຂະຫຍາຍ, ບັນຫາໃດທີ່ຍັງບໍ່ທັນໄດ້ມາດຖານ ໃຫ້ພ້ອມກັນຄົ້ນຄວ້າສູ້ຊົນແກ້ໄຂໃຫ້ເໝາະສົມ; 
4. ຄະນະພັກ, ຄະນະນຳແຕ່ລະຂັ້ນ ຕ້ອງໃຫ້ຄວາມສຳຄັນ ແລະ ເພີ່ມທະວີຄວາມຮັບ ຜິດຊອບ ຊີ້ນຳ, ຄວາມເປັນເຈົ້າການ ໃນການຕິດຕາມ, ກວດກາ, ຊຸກຍູ້ຢ່າງຕໍ່ເນື່ອງ, ສືບຕໍ່ແຕ່ງຕັ້ງຄະນະຮັບຜິດຊອບກວດກາການປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ເພື່ອສ້າງແຜນການເຄື່ອນໄຫວຊຸກຍູ້, ຕິດຕາມໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.