Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຄະນະຜູ້ແທນກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ໄດ້ຢ້ຽມຢາມ ອົງການ SEARCA

ໃນລະຫວ່າງວັນທີ 5-7 ກຸມພາ 2025, ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃນນາມຫົວໜ້າຄະນະຜູ້ແທນ ໄດ້ມອບໝາຍ ໃຫ້ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ທ່ານ ປອ ສຸລາພອນ ອິນທະວົງ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ພ້ອມດ້ວຍຄະນະ ໄປພົບປະຢ້ຽມຢາມ ຄະນະຜູ້ບໍລິຫານ ອົງການ SEARCA ແລະ ອາຈານມະຫາວິທະຍາໄລລອດບານອດ ປະເທດ ຟີລິປິນ

ການພົບປະໃນຄັ້ງນີ້ ຄະນະຜູ້ແທນລາວ ໄດ້ຮັບຟັງການລາຍງານໂດຍຫຍໍ້ ຈາກ ທ່ານ Dr. Maria Cristeta Cuaresma, ຫົວໜ້າແຜນງານສຶກສາ ແລະ ການຮຽນຮູ້ຮ່ວມກັນ (Senior Program Head of the Education and Collective Learning Department) ກ່ຽວກັບ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການ SEARCA, ໂດຍສະເພາະໂຄງການສະໜັບສະໜູນການສຶກສາໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ລວມທັງ ເງື່ອນໄຂການມີສິດໄດ້ຮັບທຶນການສຶກສາ, ການຊ່ວຍເຫຼືອດ້ານການເງິນ ແລະ ການຮ່ວມມືຊ່ວຍເຫຼືອອື່ນໆ.

ພ້ອມດຽວກັນນີ້, ຍັງເປັນໂອກາດອັນໃຫ້ແກ່ຄະນະຜູ້ແທນລາວ ໂດຍສະເພາະຜູ້ທີ່ຈົບການສຶກສາຈາກມະຫາວິທະຍາໄລລອດບານອດ ໄດ້ແລກປ່ຽນບົດຮຽນ ແລະ ຮັດແໜ້ນຄວາມສາມັກຄີຮັກແພງກັບບັນດາອາຈານຈາກມະຫາວິທະຍາໄລ ແລະ ອົງການ SEARCA.


homescontents