Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

4 ໜ່ວຍພັກ ເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນ

ວັນທີ 31 ຕຸລາ 2023 ນີ້ ທີ່ຫ້ອງປະຊຸມວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ ແລະ ເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ, ໂດຍການເປັນປະທານຂອງ ສະຫາຍ ອຸໄທ ສຸກຂີ ເລຂາຄະນະພັກຮາກຖານ ຮັກສາການອໍານວຍການວິທະຍາໄລ, ມີບັນດາສະຫາຍເລຂາໜ່ວຍພັກ 4 ໜ່ວຍພັກ ຄື ໜ່ວຍພັກຫ້ອງການ, ໜ່ວຍພັກຄະນະວິຊາປູກຝັງ ແລະ ໜ່ວຍພັກຄະນະວິຊາລ້ຽງສັດ ແລະ ໜ່ວຍພັກຄະນະວິຊາປ່າໄມ້ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.

ໃນພິທີເລຂາໜ່ວຍພັກທັງ 4 ໜ່ວຍພັກ ໄດ້ພັດປ່ຽນກັນຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນທັງໝົດ 12 ສະຫາຍ, ຍິງ 7 ສະຫາຍ, ໃນນີ້ໜ່ວຍພັກຫ້ອງການ 3 ສະຫາຍ, ຍິງ 2 ສະຫາຍ, ໜ່ວຍ ພັກຄະນະປູກຝັງ 3 ສະຫາຍ, ຍິງ 2 ສະຫາຍ, ໜ່ວຍພັກຄະນະວິຊາລ້ຽງສັດ 4 ສະຫາຍ ຍິງ 2 ສະຫາຍ ແລະ ໜ່ວຍພັກຄະນະປ່າໄມ້ 2 ສະຫາຍ ຍິງ 1 ສະຫາຍ, ຫຼັງຈາກນັ້ນໄດ້ມອບມະຕິຕົກລົງ ພ້ອມທັງຈັບມືຮັບຮອງເອົາສະມາຊິກພັກສົມບູນໃໝ່.

ໂອກາດດັ່ງກ່າວ ສະຫາຍ ອຸໄທ ສຸກຂີ ໄດ້ມີຄໍາເຫັນ ຍ້ອງຍໍຊົມເຊີຍຕໍ່ບັນດາ ສະຫາຍຄະນະໜ່ວຍພັກເວົ້າລວມ-ເວົ້າສະເພາະ ກໍຄືສະມາຊິກພັກສົມບູນໃໝ່, ທີ່ຜ່ານມາໄດ້ເອົາໃຈໃສ່ບຸກບືນຕື່ນຕົວ ແລະ ມີສະຕິຕໍ່ພັກ-ຕໍ່ປະເທດຊາດ ຢ່າງສູງສົ່ງ, ພ້ອມທັງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໄດ້ກາຍເປັນແບບຢ່າງນຳໜ້າ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພັກ, ພ້ອມກັນນັ້ນ ຍັງໄດ້ຮຽກຮ້ອງໃຫ້ແຕ່ລະສະຫາຍ ຈົ່ງພ້ອມກັນຕັ້ງໜ້າຝຶກຝົນຫຼໍ່ຫຼອມກໍ່ສ້າງຕົນເອງ ໃຫ້ກາຍເປັນສະມາຊິກພັກ ທີ່ມີຄຸນທາດການເມືອງເຂັ້ມແຂງ-ໜັກແໜ້ນ ແລະ ມີລະບຽບວິໃນເຂັ້ມງວດ, ມີຄຸນສົມບັດສິນທຳປະຕິວັດ, ຍອມເສຍສະຫຼະຕົນເອງ ເພື່ອຜົນປະໂຫຍດສ່ວນລວມ, ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ ແລະ ເປັນແບບຢ່າງນໍາໜ້າທີ່ດີໃຫ້ແກ່ມະຫາຊົນລຸ້ນສືບທອດໄດ້ຖອດຖອນບົດຮຽນ, ໂດຍນຳເອົາບັນດາແນວທາງປ່ຽນແປງໃໝ່ຂອງພັກ, ລະບຽບກົດໝາຍຂອງລັດ ນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງສຸດ.

ຂ່າວ: ສີສະຫວາດ ພັນທຸວົງ