
ແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດ ກະຊວງ ກະສິກຳ ແລະ ປ່າໄມ້ 2025, ວິໄສທັດ 2030
ດາວໂຫລດໄດ້ທີ່
https://dop.maf.gov.la/pdf/MAF%20HRD%20Vision%202030.pdf
ແລະ ຄຳແນະນຳໄດ້ທີ່
https://dop.maf.gov.la/pdf/01-09-2162DOP-21092023.pdf
ພັກ ແລະ
ລັດຖະບານຖືສຳຄັນວຽກງານພັດທະນາຊັບພະຍາກອນມະນຸດໃນຂົງເຂດກະສິກຳ ແລະ ປ່າໄມ້ ຊຶ່ງປະກອບມີ
ນັກວິຊາການ, ຊາວກະສິກອນ, ຜູ້ປະກອບການຜະລິດ-ທຸລະກິດດ້ານກະສິກຳ ແນໃສ່ຍົກລະດັບຄວາມຮູ້
ແລະ ຂີດຄວາມສາມາດ ໃນການຈັດຕັ້ງການຜະລິດກະສິກຳ ໃຫ້ກາຍເປັນສິນຄ້າ
ເຮັດໃຫ້ຊີວິດການເປັນຢູ່ຂອງຊາວກະສິກອນດີຂຶ້ນ, ໄປຄຽງຄູ່ກັບການພັດທະນາບຸກຄະລາກອນ
ກໍໄດ້ມີການປັບປຸງກົງຈັກການຈັດຕັ້ງ ແລະ ກົນໄກການຄຸ້ມຄອງ ລວມທັງນະໂຍບາຍ ແລະ
ນິຕິກຳຕ່າງໆ ເພື່ອເປັນເງື່ອນໄຂອໍານວຍໃຫ້ແກ່ການພັດທະນາກະສິກຳ ຢູ່ປະເທດເຮົາ.
ໃນເງື່ອນໄຂຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່,
ການດໍາເນີນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ,
ການປະຕິບັດນະໂຍບາຍເປີດກວ້າງການເຊື່ອມໂຍງ ແລະ ການຮ່ວມມືເສດຖະກິດກັບພາກພື້ນ ແລະ ສາກົນ
ໂດຍສະເພາະແມ່ນການເຊື່ອມໂຍງກັບອາຊຽນ ເຊິ່ງເຮັດໃຫ້ການຄ້າ, ການລົງທຶນ ແລະ
ການບໍລິການເພີ່ມຂຶ້ນ. ເພື່ອຮອງຮັບສະພາບການພັດທະນາດັ່ງກ່າວນັ້ນ, ສປປ ລາວ
ຈຶ່ງມີຄວາມຈຳເປັນພາວະວິໄສ ໃນການພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້-ຄວາມສາມາດ,
ມີຄວາມໜັກແໜ້ນທາງດ້ານການເມືອງ ແລະ ການຈັດຕັ້ງ, ສາມາດປະຕິບັດພາລະບົດບາດ, ສິດ ແລະ
ໜ້າທີ່ ຂອງຕົນ ໃຫ້ມີຜົນສໍາເລັດ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້;
ສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຢ່າງຕັ້ງໜ້າ
ແລະ ໜັກແໜ້ນ, ເຮັດໃຫ້ປະເທດຫຼຸດພົ້ນອອກສະຖານະພາບປະເທດທຸກຍາກ ແລະ ດ້ອຍພັດທະນາ,
ສ້າງປັດໄຈກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມຂອງປະເທດເຮົາ. ປະທານໄກສອນພົມວິຫານ
ເຄີຍກ່າວໄວ້ວ່າ: “ພະນັກງານເປັນທຶນຮອນອັນປະເສີດທີ່ສຸດຂອງພັກ, ເປັນຜູ້ນຳພາປະຊາຊົນ,
ເປັນຜູ້ຮັບໃຊ້ປະຊາຊົນ, ເປັນຂົວຕໍ່ ລະຫວ່າງ ພັກກັບປະຊາຊົນ,
ຫຼັງຈາກພັກໄດ້ມີແນວທາງນະໂຍບາຍອັນຖືກຕ້ອງແລ້ວ, ທຸກວຽກງານປະຕິວັດຂອງພັກຈະດີ ຫຼື ຮ້າຍ,
ຈະມີໄຊ ຫຼື ປະລາໄຊກໍລ້ວນແຕ່ແມ່ນພະນັກງານຂອງພັກເປັນຜູ້ຕັດສິນ”. ຈາກທັດສະນະດັ່ງກ່າວ,
ແນ່ນອນແລ້ວ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດທີ່ມີປະສິດທິພາບ ແລະ
ປະສິດທິຜົນອັນຈົບງາມນັ້ນ ແມ່ນຮຽກຮ້ອງໃຫ້ບຸກຄະລາກອນ ກໍຄືພະນັກງານ-ລັດຖະກອນທຸກລະດັບ
ຕ້ອງພັດທະນາຕົນເອງ ໃຫ້ເປັນຄົນດີ, ຄົນເກັ່ງ ແລະ ເປັນຄົນທັນສະໄໝ
ໃຫ້ສົມຄູ່ກັບໜ້າທີ່ຮັບຜິດຊອບ ແລະ
ສາມາດຮັບມືກັບສະພາວະການປ່ຽນແປງທີ່ວ່ອງໄວໃນຍຸກສະໄໝປັດຈຸບັນ.
ເພື່ອຈັດຕັ້ງປະຕິບັດແຜນພັດທະນາຂະແໜງກະສິກຳ ແລະ ປ່າໄມ້ ຮອດປີ 2025 ແລະ ວິໄສທັດຮອດປີ
2030 ໃຫ້ປະກົດຜົນເປັນຈິງ ແລະ ໃຫ້ມີການຂະຫຍາຍຕົວທີ່ກ້າວກະໂດດ
ຊຶ່ງມີຄວາມຈໍາເປັນຕ້ອງໄດ້ຍົກລະດັບຄຸນນະພາບຂອງຊັບພະຍາກອນມະນຸດ ຂອງກະຊວງກະສິກຳ ແລະ
ປ່າໄມ້ ໃຫ້ມີຄວາມຮູ້, ຄວາມສາມາດ, ມີຄວາມເຂົ້າໃຈ ແລະ ມີທັກສະໃນການປະຕິບັດວຽກງານ
ໃນເງື່ອນໄຂຂອງການພັດທະນາໄລຍະໃໝ່
ເຊິ່ງມັນຮຽກຮ້ອງໃຫ້ບຸກຄະລາກອນຕ້ອງມີຄຸນທາດການເມືອງໜັກແໜ້ນ,
ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້-ຄວາມສາມາດ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ,
ມີຈິດໃຈບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍ, ຮູ້ເກັບກຳ, ວິເຄາະ,
ວິໄຈສະພາບການຕ່າງໆ ພ້ອມທັງມີວິທີແກ້ໄຂທີ່ຖືກຕ້ອງ ແລະ ເໝາະສົມ;
ສ້າງພະນັກງານສະເພາະດ້ານໃຫ້ຫຼາຍຂຶ້ນ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່
ແລະ ໜ້າທີ່ ທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ ດ້ວຍບາດກ້າວບຸກທະລຸ
ທີ່ເປັນຮູບປະທຳ, ເຂັ້ມແຂງ ແລະ ມີປະສິດທິພາບ ໂດຍການຄົ້ນຄວ້ານໍາໃຊ້ທຸກທ່າແຮງບົ່ມຊ້ອນ,
ປຸກລະດົມກຳລັງແຮງທັງພາຍໃນ ແລະ ຕ່າງປະເທດ, ຊາວກະສິກອນ
ເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງຂະແໜງການກະສິກຳ, ປ່າໄມ້ ແລະ
ພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກ ຕາມທິດຫັນເປັນອຸດສາຫະກຳທັນສະໄໝ, ສະອາດ, ສີຂຽວ
ແລະ ຍືນຍົງ ເປັນມິດກັບສິ່ງແວດລ້ອມ ແລະ ໃຫ້ມີບາດກ້າວບຸກທະລຸຢ່າງຕັ້ງໜ້າ
ໂດຍປະຕິບັດຕາມທິດທາງໜ້າທີ່ລວມຄື: ຍູ້ແຮງການຜະລິດສະບຽງອາຫານໃຫ້ພຽງພໍ
ເພື່ອຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ,
ມີວັດຖຸດິບປ້ອນໂຮງງານປຸງແຕ່ງ, ມີຜົນຜະລິດສົດ, ສະອາດ ແລະ ປອດໄພ ເພື່ອຊົມໃຊ້ພາຍໃນ
ປ່ຽນແທນການນຳເຂົ້າ; ຍູ້ແຮງການຜະລິດກະສິກຳ ແລະ ປ່າໄມ້ ເປັນສິນຄ້າແບບຫຼາກຫຼາຍ
ຕິດພັນກັບການປຸງແຕ່ງ ແລະ ການຕະຫຼາດຕາມທ່າແຮງທີ່ໄດ້ປຽບຂອງທ້ອງຖິ່ນ; ຊຸກຍູ້ການພັດທະນາ
ວິສາຫະກິດ, ຟາມ, ຄອບຄົວຕົວແບບໃນການຜະລິດສິນຄ້າສົດ, ຊີວະພາບ, ສະອາດ,
ຜະລິດສິນຄ້າທີ່ເປັນທ່າແຮງໄດ້ປຽບເພື່ອສົ່ງອອກຕ່າງປະເທດ
ໂດຍສອດຄ່ອງກັບມາດຕະຖານສຸຂານາໄມພືດ ແລະ ສັດ ຂອງປະເທດຄູ່ຄ້າ;
ຄຸ້ມຄອງປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນ, ສົ່ງເສີມການຟື້ນຟູບູລະນະປ່າໄມ້ ແລະ
ການປູກໄມ້ເປັນສິນຄ້າ ຕິດພັນກັບການສົ່ງເສີມການທ່ອງທ່ຽວທຳມະຊາດ, ການພັດທະນາກະສິກຳ,
ປ່າໄມ້ ແລະ ການລ້ຽງສັດແບບປະສົມປະສານ ໃນເຂດປ່າໄມ້ທີ່ມີເງື່ອນໄຂ ເພື່ອສ້າງມູນຄ່າເພີ່ມ
ແລະ ເພີ່ມລາຍຮັບເຂົ້າໃນເສດຖະກິດແຫ່ງຊາດ ໃຫ້ສູງຂຶ້ນ ຕາມທິດສີຂຽວ ແລະ ຍືນຍົງ;
ພັດທະນາຊົນນະບົດຢ່າງມີຈຸດສຸມ, ຈັດສັນພູມລຳເນົາຄົງທີ່ ແລະ
ອາຊີບໝັ້ນຄົງໃຫ້ປະຊາຊົນບັນດາເຜົ່າໄປຄຽງຄູ່ກັບການຈັດຕັ້ງການຜະລິດ ແລະ
ການບໍລິການໃຫ້ແກ່ຊາວກະສິກອນ
ໂດຍເລີ່ມຈາກການສ້າງເສດຖະກິດຮ່ວມມືຮູບແບບຕ່າງໆຢູ່ຊົນນະບົດ ເຊັ່ນ: ເປັນກຸ່ມການຜະລິດ
ກ້າວໄປເຖິງການສ້າງຕັ້ງສະຫະກອນແບບໃໝ່ ເພື່ອໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ
ແກ້ໄຂຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຊາວຊົນນະບົດໃຫ້ດີຂຶ້ນ,
ຊຶ່ງມີຄາດໝາຍໃຫຍ່ຕົ້ນຕໍ: ຮັບປະກັນເຮັດໃຫ້ການຜະລິດກະສິກຳຂະຫຍາຍໂຕໃນລະດັບ 2,5% ຕໍ່ປີ
ຫຼື ປະມານ 15,3% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ໃນປີ 2025: ຜະລິດເຂົ້າເປືອກ ໃຫ້ໄດ້
3,5-4 ລ້ານໂຕນຕໍ່ປີ, ການບໍລິໂພກທາດຊີ້ນ ໃຫ້ໄດ້ 73 ກິໂລ/ຄົນ/ປີ; ມູນຄ່າການສົ່ງອອກພືດ
ແລະ ສັດ 1,1 ຕື້ໂດລາຕໍ່ປີ, ສົ່ງງົວອອກ ໃຫ້ໄດ້ 250.000 ໂຕ ຫຼື 50.000 ໂຕຕໍ່ປີ;
ເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ໃຫ້ບັນລຸ 70% ໃນປີ 2025, ປູກໄມ້ ໃຫ້ໄດ້ 200.000 ເຮັກຕາ;
ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ 4,5 ລ້ານເຮັກຕາ ໃຫ້ມີປະສິດທິຜົນສູງ ແລະ
ມີຄວາມໝັ້ນຄົງ; ສຸມໃສ່ແກ້ໄຂ 23 ເມືອງທຸກຍາກ ແລະ ຈັດສັນພູມລໍາເນົາ ແລະ ອາຊີບໝັັ້ນຄົງ
ຢູ່ 145 ຈຸດສຸມ ຂອງສູນກາງ ແລະ ທ້ອງຖິ່ນ ໃຫ້ມີປະສິດທິຜົນ
ແນໃສ່ພັດທະນາຄອບຄົວໃຫ້ບັນລຸມາດຖານພົ້ນທຸກ, ບ້ານພົ້ນທຸກ ແລະ ເມືອງພົ້ນທຸກ,
ສ້າງຄອບຄົວ ແລະ ບ້ານພັດທະນາ ແລະ ພັດທະນາບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ
ແລະ ເມືອງເຂັ້ມແຂງຮອບດ້ານ.

