Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມກວດກາເຂົ້າຮ່ວມປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ 2023

ໂດຍປະຕິບັດຕາມໜັງສືເຊີນຂອງຫ້ອງການ ກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 1428/ຫກ, ລົງວັນທີ 23 ພຶດສະພາ 2023 ເພື່ອເຂົ້າຮ່ວມພິທີປູກຕົ້ນໄມ້ ລະຫວ່າງຫ້ອງການ ກະຊວງກະສິກໍາ ແລະ ປ່າໄມ້ ກັບ ກົມປ່າໄມ້ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2023 ໃນເນື້ອທີ່ 4 ເຮັກຕາ ຢູ່ທີ່ພື້ນທີ່ດິນກະຊວງກະສິກໍາ ແລະ ປ່າໄມ້ (ຫຼັງໃໝ່) ເຂດບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ເພື່ອເປັນການປະກອບສ່ວນຕໍ່ຂະບວນການດັ່ງກ່າວ ກົມກວດກາ ຈຶ່ງໄດ້ແຕ່ງຕັ້ງພະນັກງານ ຕາມຂໍ້ຕົກລົງສະບັບເລກທີ 0225/ກກ, ລົງວັນທີ 29 ພຶດສະພາ 2023 ຈໍານວນ 17 ທ່ານ ເຊິ່ງປະກອບມີຄະນະກົມ 04 ທ່ານ, ຂັ້ນພະແນກ 06 ທ່ານ ແລະ ວິຊາການ 07 ທ່ານ ເພື່ອເຂົ້າຮ່ວມຂະບວນການສົ່ງເສີມການປູກຕົ້ນໄມ້ ແລະ ຟື້ນຟູປ່າ ຕາມທິດທາງນະໂຍບາຍ ແລະ ເປົ້າໝາຍຂອງຍຸດທະສາດປາໄມ້ທີ່ກໍານົດໄວ້ຄື: ເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ພ້ອມທັງປູກຈິດສຳນຶກ ໃຫ້ນ້ອງນ້ອຍເຍົາວະຊົນ ຮູ້ຈັກຄຸນຄ່າ, ຮັກປ່າໄມ້ ແລະ ຊັບພະຍາກອນປ່າໄມ້.

ຂ່າວໂດຍ: ມິຖຸນາ ອິນທະວົງ (ກົມກວດກາ)