Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ສືບຕໍ່ຮ່ວມມືທາງດ້ານວິຊາການ ກັບ ຄະນະຜະລິດຕະກໍາການກະເສດ ມະຫາວິທະຍາໄລແມ່ໂຈ້ (ປະເທດໄທ)

ໃນວັນທີ 16 ພຶດສະພາ 2023 ທີ່ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ ໄດ້ມີພິທີເຊັນບົດບັນທຶກການຮ່ວມມືທາງດ້ານວິຊາການ (MOA) ລະຫວ່າງ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ຄະນະຜະລິດຕະກໍາການກະເສດ ມະຫາວິທະຍາໄລ ແມ່ໂຈ້ ຣາຊາອານາຈັກໄທ ໂດຍການເຂົ້າຮ່ວມ ຂອງ ທ່ານ ປະລິນຍາເອກ ອຸໄທ ສຸກຂີ ຮັກສາການອໍານວຍການ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ທ່ານ ຮອງສາດສະດາຈານ ປະລິນຍາເອກ ພຸດທິສັນ ເຄືອຄໍາ ຄະນະບໍດີຄະນະຜະລິດຕະກໍາການກະເສດ ພ້ອມດ້ວຍຮອງຄະນະບໍດີ, ໂດຍມີ ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າຄະນະວິຊາ ພ້ອມດ້ວຍນັກສຶກສາເຂົ້າຮ່ວມ.

ໃນພິທີໄດ້ມີການເຊັນບົດບັນທຶກການຮ່ວມມືທາງດ້ານວິຊາການ, ຕາງໜ້າ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໂດຍ ທ່ານ ປະລິນຍາເອກ ອຸໄທ ສຸກຂີ ແລະ ຕາງໜ້າ ຄະນະຜະລິດຕະກໍາການກະເສດ ໂດຍ ທ່ານ ຮອງສາດສະດາຈານ ປະລິນຍາເອກ ພຸດທິສັນ ເຄືອຄໍາ, ໂດຍມີຜູ້ເຂົ້າຮ່ວມທັງສອງຝ່າຍເປັນສັກຂີພິຍານ. ໃນການເຊັນບົດບັນທຶກຄັ້ງນີ້ ແມ່ນເພື່ອສືບຕໍ່ການຮ່ວມມື ໃນການ ຍົກລະດັບຂອງຄູອາຈານ, ແລກປ່ຽນການຝຶກງານຂອງນັກສຶກສາ, ການເຮັດກິດຈະກຳຮ່ວມກັນ, ແລກປ່ຽນດ້ານວິຊາການ ແລະ ອຸປະກອນການຮຽນການສອນ, ການຄົ້ນຄ້ວາທົດລອງ ແລະ ໂຄສະນາສົ່ງເສີມຄູ່ຮ່ວມງານທາງເວັບໄຊ ແລະ ສື່ສິ່ງພິມຕ່າງໆ ທີ່ເປັນປະໂຫຍດຮ່ວມກັນ.

ໃນໂອກາດດັ່ງກ່າວ ພະນັກງານຄູອາຈານ ແລະ ນັກສຶກສາ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຮັບຟັງການບັນຍາຍ ຂໍ້ມູນທາງດ້ານວິຊາການ, ຈາກນັ້ນທາງຄະນະຜະລິດຕະກໍາການກະເສດ ກໍໄດ້ມອບແນວພັນ ເບ້ຍລໍາໄຍ ຈໍານວນ 100 ເບ້ຍ ແລະ ທັງສອງຝ່າຍກໍໄດ້ຮ່ວມກັນປູກເບ້ຍຕົ້ນລໍາໄຍ ຢູ່ທີ່ສວນຂອງວິທະຍາໄລຕື່ມອີກ.

ຂ່າວ: ສີສະຫວາດ ພັນທຸວົງ