Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ມອບ-ຮັບແນວພັນປາບຶກ ໃຫ້ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ເພື່ອນໍາໄປຂະຫຍາຍພັນ

ໃນຕອນເຊົ້າຂອງ ວັນທີ 18 ມັງກອນ 2022 ນີ້ ໄດ້ມີພິທີມອບ-ຮັບ ແນວພັນປາບຶກ ຂຶ້ນທີ່ສວນຂອງ ທ່ານ ສິງຄຳ ພົມມະລັດ, ບ້ານຜາສຸກ ນະຄອນຫຼວງພະບາງ, ໂດຍການເຂົ້າຮ່ວມຂອງ ທ່ານ ສິງຄໍາ ພົມມະລັດ ພະນັກງານບໍານານ ອາດິດກໍາມະການພັກແຂວງຫຼວງພະບາງ, ອາດິດຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຢີ, ອາດິດຫົວໜ້າພະແນກທະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ທ່ານ ບຸນອອນ ພົງພັນ ຫົວໜ້າຫ້ອງການບໍລິຫານ ແລະ ຈັດຕັ້ງ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ອໍາໄພວັນ ສຸກສັນຕິ, ທ່ານ ທອງເພັດ ຈິດຕະບຸບຜາ, ທ່ານ ປອ. ໄຊຄຳ ສຸກສະນິດ ຄະນະອໍານວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ພ້ອມດ້ວຍພະນັກງານການນຳ, ທ່ານ ບຸນລໍ່າ ສິງປາ ຮອງຄະນະບໍດີ ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ມະຫາວິທະຍາໄລ ສຸພານຸວົງ, ທ່ານ ພອນໄຊ ວັນນະເດດ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງແຂວງ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ທ່ານ ບຸນອອນ ພົງພັນ ໄດ້ຂຶ້ນມີຄໍາເຫັນ ເຊິ່ງທ່ານໄດ້ກ່າວວ່າ ໃນການມອບ-ຮັບ ແນວພັນປາບຶກ ໃນຄັ້ງນີ້ກໍເພື່ອມອບໃຫ້ 3 ພາກສ່ວນ ກໍຄື: ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ, ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ມະຫາວິທະຍາໄລສຸພານຸວົງ ປະສານສົມທົບກັນໃນການນໍາເອົາໄປລ້ຽງພ້ອມທັງຂະຫຍາຍພັນໃຫ້ປະຊາກອນປາບຶກເພີ່ມຂຶ້ນ, ໃນການມອບຮັບໃນຄັ້ງນີ້ ແມ່ນມີແນວພັນປາບຶກ ຈໍານວນ 3 ໂຕ, ເພດຜູ້ 1 ໂຕ, ເພດແມ່ 2 ໂຕ, ນໍ້າໜັກທັງໝົດ 63 ກິໂລກຼາມ, ເປັນມູນຄ່າສີ່ລ້ານກວ່າກີບ. ຈາກນັ້ນ ທ່ານ ສິງຄໍາ ພົມມະລັດ ໄດ້ມີຄໍາເຫັນວ່າ ເພື່ອໃຫ້ເກີດປະໂຫຍດກັບສັງຄົມ ໂດຍສະເພາະແມ່ນເພື່ອຂະຫຍາຍພັນໃຫ້ມີຈຳນວນເພີ່ມຂຶ້ນ ສະນັ້ນຈຶ່ງໄດ້ປຶກສາກັບຄອບຄົວ ແລະ ຕັດສິນໃຈມອບພໍ່-ແມ່ພັນປາບຶກໃຫ້ທາງພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ ເພື່ອມອບຕໍ່ໃຫ້ພາກສ່ວນທີ່ກ່ຽວຂ້ອງໄປຂະຫຍາຍພັນຕໍ່ ໂດຍສະເພາະແມ່ນ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ມະຫາວິທະຍາໄລ ສຸພານຸວົງ, ເຊິ່ງປາບຶກທີ່ລ້ຽງແມ່ນມີອາຍຸ 16 ປີ. ຈາກນັ້ນ ທ່ານ ບຸນອອນ ພົງພັນ ໄດ້ກ່າວຮັບເອົາແນວພັນປາບຶກ ພ້ອມທັງກ່າວຄຳຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງນຳຄອບຄົວຂອງ ທ່ານ ສິງຄຳ ພົມມະລັດ ຈາກນັ້ນ ທ່ານ ອຳໄພວັນ ສຸກສັນຕິ ຕາງໜ້າການນຳວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ມອບໃບຂອບໃຈໃຫ້ກັບ ຄອບຄົວ ທ່ານ ສິງຄຳ ພົມມະລັດ ເພື່ອຈາລຶກບຸນຄຸນ ແລະ ຄຸນງາມຄວາມດີ ທີ່ໄດ້ຊ່ວຍເຫຼືອສັງຄົມດ້ານການອານຸລັກ ແລະ ຂະຫຍາຍແນວພັນປາບຶກ. ຂ່າວໂດຍ: ສີສະຫວາດ ພັນທຸວົງ