Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ແຂ່ງຂັນກິລາ ແລະ ສິລະປະວັນນະຄະດີ

ໃນວັນທີ 30 ທັນວາ 2022 ທີ່ໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ໄດ້ສ້າງຂະບວນການແຂ່ງຂັນກິລາປະຈຳປີ 2022 ຊິງຂັນ ທ່ານ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ເພື່ອສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີໃໝ່ 2023 ໃນພິທີເປີດການແຂ່ງຂັນກິລາຄັ້ງນີ້ໄດ້ຮັບກຽດເປັນປະທານໂດຍ ທ່ານ ອານຸສອນ ຄູນສົມບັດ ຮັກສາການອຳນວຍການໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ແລະ ໄດ້ມີບັນດາຫົວໜ້າຫ້ອງການ, ຫົວໜ້າຄະນະວິຊາ ພ້ອມທັງພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນມ່ວນຊື່ນ.

ສຳລັບກິລາທີ່ເຂົ້າຮ່ວມສ້າງຂະບວນການແຂ່ງຂັນໃນຄັ້ງນີ້ມີສີ່ປະເພດຄື: ກິລາບານເຕະຊາຍ, ກິລາບານສົ່ງ, ກິລາກະຕໍ້ຫວາຍ, ສິລະປະການຟ້ອນໝູ່ ແລະ ຮ້ອງເພັງ.

ຜົນຂອງການແຂ່ງຂັນມີດັ່ງນີ້: ກິລາປະເພດບານເຕະ (ຊາຍ) ອັນດັບທີໜຶ່ງແມ່ນທີມ ນັກສຶກສາຊັ້ນສູງທົ່ວໄປປີທີສອງ ສາຂາວິສະວະກຳຊົນລະປະທານ, ອັນດັບທີສອງແມ່ນທີມນັກສຶກສາປີທີສາມ ສາຂາ ວິສະວະກຳຊົນລະປະທານ, ອັນດັບທີສາມແມ່ນທີມນັກສຶກສາປີທີໜຶ່ງ ສາຂາວິສະວະກຳຊົນລະປະທານ; ກິລາ່ບານສົ່ງ (ຊາຍ) ອັນດັບທີໜຶ່ງແມ່ນທີມນັກກິລາຊັ້ນສູງທົ່ວໄປປີທີສອງ, ອັນດັບທີສອງແມ່ນທີມນັກສຶກສາປີທີສາມ ສາຂາ ວິສະວະກຳຊົນລະປະທານ, ອັນດັບທີສາມແມ່ນທີມນັກສຶກສາສາຂາກົນຈັກກະສິກຳຮຸ່ນສີ່; ບານສົ່ງ (ຍິງ) ອັນດັບທີໜຶ່ງແມ່ນທີມພະນັກງານຄູອາຈານໂຮງຮຽນ, ອັນດັບທີສອງແມ່ນທີມຮ່ວມລະຫວ່າງຫ້ອງ A3 ນັກສຶກສາສາຂາວິສະວະກໍາຊັບພະຍາກອນນ້ຳ, ອັນດັບທີສາມແມ່ນທີມນັກສຶກສາສາຂາຊົນລະປະທານປີທີສອງ, ກິລາກະຕໍ້ຫວາຍ ອັນດັບທີໜຶ່ງແມ່ນທີມນັກສຶກສາປີທີສອງ ສາຍຊົນລະປະທານ, ອັນດັບທີສອງແມ່ນທີມນັກສຶກສາປີທີສາມ ສາຍຊົນລະປະທານ, ອັນດັບທີສາມແມ່ນທີມນັກສຶກສາສາຍກົນຈັກກະສິກຳ. ສ່ວນສິນລະປະວັນນະຄະດີ ອັນດັບທີໜຶ່ງແມ່ນທີມນັກສຶກສາ ປີໜຶ່ງ ສາຍຊົນລະປະທານ, ອັນດັບທີສອງແມ່ນທີມນັກສຶກສາປີທີສອງ ສາຍຊົນລະປະທານ, ອັນດັບທີສາມແມ່ນທີມນັກສຶກສາປີທີສາມ ແລະ ປີທີສອງ ສາຍຊົນລະປະທານ, ສ່ວນຮ້ອງເພັງອັນດັບທີໜຶ່ງ ແລະ ອັນດັບທີສອງແມ່ນນັກສຶກສາສາຍຊົນລະປະທານປີທີໜຶ່ງ, ອັນດັບທີສາມແມ່ນນັກສຶກສາ ສາຍກົນຈັກກະສິກຳ.