Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ປາຖະກະຖາວັນສະຖາປະນາ ວັນຊາດ 2 ທັນວາ ຄົບຮອບ 47 ປີ

ໃນວັນທີ 30 ພະຈິກ 2022 ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດປາຖະກະຖາ ວັນຊາດ 2 ທັນວາ ຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ໃຫ້ກຽດປະຖາກະຖາໃນຄັ້ງນີ້ ໂດຍ ທ່ານ ທອງພັດ ວົງມະນີ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍບັນດາຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ບັນດາຫົວໜ້າກົມ, ຮອງກົມ ແລະ ທຽບເທົ່າອ້ອມຂ້າງກະຊວງເຂົ້າຮ່ວມ ຈຳນວນ 66 ທ່ານ, ຍິງ 14 ທ່ານ.

ຈຸດປະສົງຂອງງານປາຖະກະຖາ ຄັ້ງນີ້ ກໍ່ເພື່ອທົບທວນຄືນມູນເຊື້ອ ແລະ ພາລະກິດຕໍ່ສູ້ປົດປ່ອຍຊາດ ທີ່ໄດ້ຮັບໄຊຊະນະໃນເມື່ອກ່ອນ ກໍ່ຄືຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພ້ອມເປັນການຄົ້ນຄວ້າຮຳ່ຮຽນເອົາມູນເຊື້ອປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ຂອງ ປະທານ ໄກສອນ ພົມວິຫານ ມາເປັນທິດນຳ ໃນການຈັດຕັ້ງປະຕິບັດໜ້າວຽກທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສຳເລັດ ແລະ ມີປະສິດຜົນສູງ.

ພາບ ແລະ ຂ່າວ: ສີສົມພອນ