Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີສະເຫຼີມສະຫຼອງວັນສັກຢາປ້ອງກັນພະຍາດສັດແຫ່ງຊາດປະຈໍາປີ 2022

ໃນວັນທີ 11 ພະຈິກ 2022 ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ ຂຶ້ນຢູ່ທີ ຟາມສັດໃຫຍ່ຂອງວິທະຍາໄລ ໂດຍການເຂົ້າຮ່ວມຂອງ ທ່ານ ອໍາໄພວັນ ສຸກສັນຕິ ຮອງອໍານວຍການວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ມີຜູ້ຕາງໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ, ຫ້ອງການກຳສິກຳ ແລະ ປ່າໄມ້ເມືອງ ພ້ອມດ້ວຍພະນັກງານ ຄູ-ອາຈານ ແລະ ນັກສຶກສາພາຍໃນວິທະຍາໄລເຂົ້າຮ່ວມ.

ທ່ານ ອໍາໄພວັນ ສຸກສັນຕິ ໄດ້ກ່າວວ່າ ໃນຊ່ວງໄລຍະນີ້ ເປັນຊ່ວງສະພາບອາກາດມີການປ່ຽນແປງ ເຮັດໃຫ້ສັດລ້ຽງ ມີຄວາມສ່ຽງໃນການເກີດຄວາມຄຽດ ແລະ ຕິດເຊື້ອພະຍາດໄດ້ງ່າຍ, ໂອກາດທີ່ສັດຈະເກີດພະຍາດຕິດແປດກໍມີສູງ ຈຶ່ງຮຽກຮ້ອງໃຫ້ຊາວກະສິກອນຜູ້ທີ່ລ້ຽງສັດ ກໍຄືບັນດາຄູອາຈານຜູ້ທີ່ຮັບຜິດຊອບກິດຈະກໍາຟາມ ຕ່າງໆຂອງວິທະຍາໄລ ຈົ່ງພ້ອມກັນປົກປັກຮັກສາສັດລ້ຽງຂອງຕົນໂດຍການນໍາໃຊ້ເຕັກນິກວິຊາການເຂົ້າຊ່ວຍໃນການລ້ຽງ, ປັບປຸງດ້ານອາຫານ, ແນວພັນສັດ ແລະ ເຕັກນິກການຈັດການໃຫ້ດີ, ຖ້າບໍ່ຮູ້ຈັກອານຸລັກຮັກສາ ແລະ ເສີມຂະຫຍາຍການລ້ຽງສັດປະເພດຕ່າງໆ ໃນອະນາຄົດກໍຈະບໍ່ມີສັດໄວ້ໃຫ້ລູກຫຼານລ້ຽງ, ໄດ້ຮຽນຮູ້ ແລະ ໄດ້ເຫັນຕົວຈິງ, ໃນຕອນທ້າຍທ່ານຍັງເນັ້ນໃຫ້ພະນັກງານຄູອາຈານທີ່ເປັນວິຊາການດ້ານການລ້ຽງສັດພາຍໃນວິທະຍາໄລ ຈົ່ງສືບຕໍ່ໃນການລ້ຽງສັດຕາມເຕັກນິກວິຊາການ ໂດຍສະເພາະແມ່ນການສັກຢາປ້ອງກັນພະຍາດໃຫ້ສັດລ້ຽງທຸກປະເພດໃຫ້ທົ່ວເຖິງ ແລະ ເປັນປົກກະຕິ, ຄຽງຄູ່ກັບການບໍລິການດູແລສຸຂະພາບສັດໃຫ້ແກ່ຊາວກະສິກອນບ້ານອ້ອມຂ້າງວິທະຍາໄລ, ທັງນີ້ກໍເພື່ອເຮັດໃຫ້ຂະບວນການວຽກງານການສັກຢາປ້ອງກັນພະຍາດສັດລ້ຽງ ບໍ່ໃຫ້ລົ້ມຕາຍຍ້ອນພະຍາດສັດລະບາດ ເຮັດໃຫ້ສັດລ້ຽງມີການແຜ່ພັນຂຶ້ນເລື້ອຍໆ, ເປັນເງື່ອນໄຂເຮັດໃຫ້ເສດຖະກິດຄອບຄົວຮັ່ງມີເຂັ້ມແຂງ ແລະ ອຸດົມສົມບູນຍິ່ງໆຂຶ້ນ, ທັງເປັນການແກ້ໄຂຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນອີກດ້ວຍ.

ຫຼັງຈາກນັ້ນ ທ່ານ ປທ. ຢ່າເລົ່າ ລີຟົງ ໄດ້ນໍາສະເໜີປະພດຂອງຢາວັກຊິນທີ່ໃຊ້ກັບສັດແຕ່ລະປະເພດ ພ້ອມທັງແນະນໍາເຕັກນິກໃນການສັກຢາວັກຊິນ, ຈາກນັ້ນຄະນະອໍານວຍການ ພ້ອມດ້ວຍແຂກຜູ້ເຂົ້າຮ່ວມ ດໍາເນີນການສັກຢາໃຫ້ແກ່ສັດລ້ຽງຂອງວິທະຍາໄລ, ເຊິ່ງຢາທີ່ນໍາມາສັກໃນຄັ້ງນີມີ ຢາວັກຊິນເຕົ້າໂຮມເລືອດງົວ-ຄວາຍ, ຕ້ານພະຍາດປາກເປື່ອຍລົງເລັບ, ອະຫິວາໝູ, ຢາອະຫິວາສັດປີກ, ຢານິວຄາເຊິນອ່ອນ ແລະ ແກ່. ນອກນັ້ນ ຍັງໄດ້ໄປສັກໃຫ້ສັດລ້ຽງຂອງພະນັກງານຄູອາຈາ ແລະ ຊາວບ້ານອ້ອມຂ້າງວິທະຍາໄລອີກດ້ວຍ.

ຂ່າວ: ສີສະຫວາດ ພັນທຸວົງ