Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ສ້າງຂະບວນການອອກແຮງງານລວມ

ໃນຕອນບ່າຍຂອງວັນທີ 19/10/2022 ຢູ່ທີ່ໂຮງຮຽນຊົນລະປະທານຊັ້ນສູງ ທ່າງ່ອນໃດ້ຈັດ ໃຫ້ມີການສ້າງຂະບວນການອອກແຮງງານລວມໝູ່ເຊີ່ງມີຈຸດປະສົງຫຼັກກໍ່ເພື່ອເຮັດໃຫ້ສະຖານທີ່ການ ສຶກສາພາຍໃນໂຮງຮຽນມີຄວາມສະອາດງາມຕາປາດສະຈາກໂຣກໄພໄຂ້ເຈັບຕ່າງໆທີ່ຈະຕາມມາອີກ ຢ່າງໜຶ່ງກໍ່ເພື່ອເປັນການຕ້ອນຮັບວັນສຳຄັນຂອງຊາດທີ່ຈະມາເຖີງໃນມໍ່ໆນີ້ເຊັ່ນ: ວັນຊດທີ 2ທັນວາ, ໃນຂະບວນການດັ່ງກ່າວທີ່ເຂົ້າຮ່ວມນັ້ນລ້ວນແລ້ວແຕ່ແມ່ນພະນັກງານຄູອາຈານແຕ່ລະຫ້ອງການແຕ່ ລະຄະນະວິຊາ ແລະອ້າຍນ້ອງນັກສຶກສາປີທີ1,2,3ເຂົ້າຮ່ວມຢ່າງພ້ອມພຽງໜ້າວຽກຫຼັກໆໃນການສ້າງ ຂະບວນການອອກແຮງງານຄັ້ງນີ້ມີອະນາໄມກະກຽມເຮືອນເພາະຊຳ,ອະນາໄມຫໍພັກຊາຍ ແລະ ສ້ອມ ແປງຫ້ອງນ໊ຳ, ມ້ຽນໄມ້ແລະຖອນຕະປູອອກ, ຖາງຫຍ້າແຄມນ້ຳງື່ມ,ອະນາໄມສະໂມສອນໂຮງຮຽນ, ຕັດແຕ່ງຕົ້ນໄມ້, ທາສີປ້ອມຍາມ ແລະເກັບຂີ້ເຫື້ຍອຕາມເດີ່ນໂຮງຮຽນເປັນຕົ້ນ; ພາບຂ່າວ: ຈິດວິໄລ ຍົດສົມບັດ