Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ຈັດຝຶກອົບຮົມດ້ານວິຊາການດ້ານການປະມົງ

ໃນລະຫວ່າງວັນທີ 10-12 ຕຸລາ 2022 ຢູ່ທີ່ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ຈັດຝຶກອົບຮົມດ້ານວິຊາການດ້ານການປະມົງຂຶ້ນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ. ອຸໄທ ສຸກຂີ ຮັກສາການອໍານວຍການວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ການຝຶກອົບຮົມໃນຄັ້ງນີ້ໄດ້ຮັບກຽດຄູຝຶກຈາກຄະນະເຕັກໂນໂລຊີທາງດ້ານການປະມົງ ແລະ ຊັບພະຍາກອນທາງນໍ້າ ມະຫາວິທະຍາໄລແມ່ໂຈ້ (ປະເທດໄທ) ຄື: ທ່ານ ປອ. ຂະຈອນກຽດ ສີນວນສົມ, ທ່ານ ຜູ້ຊ່ວຍສາດສະດາຈານ ປອ. ຊາຕີ ວິລາສິດ, ທ່ານ ສຸລິດ ສົມບູນໄຊ ແລະ ໄດ້ມີຄູ-ອາຈານຄະນະວິຊາປະມົງ ຂອງວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ, ນັກສໍາມະນາກອນ ຈາກ ວິທະຍາໄລກະສິກຳ ແລະ ປ່າໄມ້ຈຳປາສັກ, ວິທະຍາໄລກະສິກຳ ແລະ ປ່າໄມ້ບໍລິຄຳໄຊ, ພ້ອມດ້ວຍນັກສຶກສາ ເຂົ້າຮ່ວມ.

ການຝຶກອົບຮົມໃນຄັ້ງນີ້ປະກອບມີ 04 ຫົວຂໍ້ຄື: ການລ້ຽງກຸ້ງ, ການຜະລິດປານິນເພດຜູ້, ການໃຊ້ໄຮນ້ຳຈືດເປັນຕົວຊີ້ວັດຄຸນນະພາບນ້ຳ, ການລ້ຽງແໜແດງເພື່ອເປັນອາຫານສັດ. ທ່ານ ປອ. ອຸໄທ ສຸກຂີ ຮັກສາການອໍານວຍການວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ໄດ້ນໍາພາຄູຝຶກ ແລະ ນັກສໍາມະນາກອນ ໄດ້ລົງຢ້ຽມຢາມສະຖານທີ່ທົດລອງການລ້ຽງປາໃນອ່າງຜ້າຢາງ ຢູ່ທີ່ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ມະຫາວິທະຍາໄລສຸພານຸວົງ. ໃນການຝຶກອົບຮົມຄັ້ງນີ້ໄດ້ຊ່ວຍໃຫ້ບັນດາຄູ-ອາຈານ ພາຍໃນຄະນະວິຊາປະມົງໄດ້ຄວາມຮູ້ໃໝ່ ແລະ ສາມາດນຳມາປະກອບເຂົ້າການຮຽນ-ການສອນໃນວິຊາຂອງຕົນເອງໄດ້, ນອກຈາກນີ້ ຍັງມີການມອບທຶນການສຶກສາໃຫ້ກັບນັກສຶກສາຄະນະວິຊາປະມົງ ຈຳນວນ 08 ທຶນ ລວມມູນຄ່າ 9.600 ບາດ ຫຼື 4.800.000 ກີບ ແລະ ອຸປະກອນຮັບໃຊ້ການຮຽນ-ການສອນພາກປະຕິບັດ ລວມມູນຄ່າ 6.000.000 ກີບ, ໃນພິທີຍັງໄດ້ມອບໃບຍັ້ງຢືນໃຫ້ແກ່ບັນດາຄູ-ອາຈານ ແລະ ນັກສຶກສາທີ່ເຂົ້າຝຶກອົບຮົມໃນຄັ້ງນີ້ຕື່ມອີກ.

ພາບ ແລະ ຂ່າວໂດຍ: ໄຊຍະກອນ ປັນຍາ