Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ວິທະຍາໄລກະສິກຳ ແລະ ປ່າໄມ້ສະຫວັນນະເຂດສຳເລັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ປີ 2022-2025.

ກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຮອບທີ I ຂອງວິທະຍາໄລກະສິກຳ ແລະ ປ່າໄມ້ ສະຫວັນນະເຂດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ຕຸລາ 2022 ທີ່ຫ້ອງປະຊຸມ ວິທະຍາໄລກະສິກໍາ ແລະ ປ່າໄມ້ ສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງ ທ່ານ ເພັດສະໝອນ ຖານະສັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ທ່ານ ຈຳປາທອງ ທຳມະວົງ ອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ສະຫວັນນະເຂດ, ມີຄະນະຮັບຜິດຊອບການສ້າງແຜນພະນັກງານນຳພາ-ຄຸ້ມຄອງ ຂອງຂັ້ນກະຊວງ, ຄະນະຮັບຜິດຊອບສ້າງແຜນກໍານົດພະນັກງານນຳພາ-ຄຸ້ມຄອງຂອງວິທະຍາໄລກະສິກຳ ແລະ ປ່າໄມ້, ມີຄະນະອໍານວຍການ, ຫົວໜ້າ, ຮອງຫົວໜ້າຫ້ອງການ; ຫົວໜ້າ, ຮອງຫົວໜ້າຄະນະພາກວິຊາ ແລະ ບັນດາຄູ-ອາຈານ ທັງໝົດພາຍໃນວິທະຍາໄລກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມ ຈຳນວນ 45 ທ່ານ, (ຍິງ 26).

ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃນຄັ້ງນີ້ ໄດ້ດຳເນີນຕາມມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດວ້ຍມາດຕະຖານພະນັກງານນຳພາ-ຄຸ້ມຄອງ, ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ ວ່າດ້ວຍການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ມາດຕະຖານສະເພາະ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 4229/ກປ, ລົງວັນທີ 19 ຕຸລາ 2017. ທ່ານ ຈຳປາທອງ ທຳມະວົງ ໄດ້ກ່າວວ່າ ຈຸດປະສົງ ກໍ່ເພື່ອເປັນບ່ອນອີງໃນການຄາດຄະເນເປົ້າໝາຍພະນັກງານ ທີ່ ຈະຈັດວາງເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງ ໃນແຕ່ລະຂັ້ນຂອງວິທະຍາໄລກະສິກຳ ແລະ ປ່າໄມ້ສະຫວັນນະເຂດ ເພື່ອຮັບປະກັນໂຄງປະກອບດ້ານບຸກຄະລາກອນ ໃຫ້ເປັນລະບົບສືບທອດຢ່າງຕໍ່ເນື່ອງ.

ໃນວັນທີ 18 ຕຸລາ 2022, ກອງປະຊຸມກໍ່ໄດ້ປິດລົງ. ຜົນສຳເລັດຂອງກອງປະຊຸມໃນຄັ້ງນີ້ ແມ່ນສາມາດກຳນົດເປົ້າໝາຍສະເໜີໃໝ່ຂອງວິທະຍາໄລກະສິກຳ ແລະ ປ່າໄມ້ ສະຫວັນນະເຂດ ຈຳນວນທັງໝົດ 16 ຕຳແໜ່ງ ປະກອບມີ ຕຳແໜ່ງອຳນວຍການວິທະຍາໄລ, ຮອງອຳນວຍ, ບັນດາຫົວໜ້າ - ຮອງຫ້ອງການ, ຄະນະວິຊາ ແລະ ສູນ ເຊິ່ງຖືເປັນຂໍ້ມູນສຳຄັນ ໃນດຳເນີນການທາບທາມພະນັກງານນຳພາ-ຄຸ້ມຄອງ ຮອບ II ໃນຂັ້ນຕໍ່ໄປ.

ຂ່າວ: ສີສົມພອນ ໄຊຍະລາດ