Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ

ໃນຕອນເຊົ້າ ວັນທີ 14 ຕຸລາ 2022 ທີ່ສະໂມສອນຂອງວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປອ. ອຸໄທ ສຸກຂີ ຮັກສາການອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ໄດ້ມີຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າຄະນະວິຊາ, ຮອງຫົວໜ້າຄະນະວິຊາ, ພະນັກງານບໍານານ, ຄູ-ອາຈານ, ພະນັກງານ ແລະ ແຂກຖືກເຊີນ ພ້ອມດ້ວຍນັກສຶກສາເຂົ້າຮ່ວມຢ່າງຟົດຟື້ນ.

ທ່ານ ປອ. ນາງ ຈັນມະນີ ສຸພັນນະວົງ ຮອງຫົວໜ້າຫ້ອງການພັດທະນາວິຊາການ ໄດ້ຂຶ້ນລາຍງານການປະຕິບັດໜ້າທີ່ວຽກງານປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງຫ້ອງການພັດທະນາວິຊາການ, ຈາກນັ້ນ ທ່ານ ບຸນຈັນ ເລັ່ງສະຫວັດ ຫົວໜ້າຫ້ອງການບໍລິຫານ ແລະ ແຜນການ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດມອບໃບຍ້ອງຍໍ ແລະ ໃບຊົມເຊີຍຜົນງານປະຈໍາປີ 2018 ໃຫ້ພະນັກງານຄູອາຈານ ແລະ ນາງ ຈັນສົມ ທິດາຈັນ ຕາງໜ້ານັກສຶກສາ ໄດ້ຂຶ້ນອ່ານປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດໂດຍສັງເຂບ "ນາຍຄູຄຳເປັນຜູ້ທຳອິດຢູ່ໃນ ສປປ ລາວ, ນາຍຄູຄຳໄດ້ຜ່ານຜ່າອຸປະສັກນາໆປະການຢ່າງລະອິດລະອ້ຽວ. ພາຍຫຼັງທີ່ປະຊົນລຸກຮື້ຂຶ້ນຍຶດອຳນາດ ການສຶກສາໄດ້ມີລັກສະນະຊາດ ຈຶ່ງຄ່ອຍປະກົດຕົວເປັນຮູບເປັນຮ່າງມາເທື່ອລະກ້າວ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ປະເທດຊາດມີຄວາມຈະເລີນກ້າວໜ້າເທົ່າໃດກໍ່ຍິ່ງເຮັດໃຫ້ສັງຄົມມີຄວາມລະນືກເຖິງບຸນຄຸນອັນດີງາມຂອງຄູຫຼາຍຂຶ້ນ, ເມື່ອເປັນແນວນັ້ນຈຶ່ງມີຄວາມຈຳເປັນກຳນົດໃຫ້ມີວັນຄູແຫ່ງຊາດ, ໂດຍກຳນົດເອົາວັນເຂົ້າຮັບລາດສະການຂອງນາຍຄູຄຳ ເຊິ່ງເປັນຄູຜູ້ທຳອິດຂອງສັນຊາດລາວຄື ວັນທີ 7 ຕຸລາ ຂອງທຸກໆປີ ເປັນວັນຄູແຫ່ງຊາດ. ຈາກນັ້ນ ຕາງໜ້ານັກສຶກສາແຕ່ລະຫ້ອງໄດ້ຂຶ້ນອ່ານສານອວຍພອນຄູ ພ້ອມທັງມອບຂອງຂວັນ ໃຫ້ແກ່ຄະນະອໍານວຍການ, ຄູອາຈານ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄູທີໄດ້ສິດສອນ ແລະ ຖ່າຍທອດຄວາມຮູ້ໃຫ້.

ໃນວາລະໂອກາດດັ່ງກ່າວ ທ່ານ ປອ. ອຸໄທ ສຸກຂີ ໄດ້ໃຫ້ຄໍາໂອ້ລົມກັບບັນດາຄູອາຈານ, ພະນັກງານ ແລະ ນັກສຶກສາ, ທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວັນຄູແຫ່ງຊາດລາວ ແລະ ບົດບາດຂອງຄູທີ່ມີຄວາມສໍາຄັນຕໍ່ວຽກງານການສຶກສາ ໂດຍສະເພາະແມ່ນວຽກງານການກະສິກຳ ແລະ ປ່າໄມ້ ຊຶ່ງເປັນພື້ນຖານທີ່ສໍາຄັນໃນການກໍ່ສ້າງວິຊາການທີ່ດີຮັບໃຊ້ສັງຄົມ ແລະ ທ່ານຍັງໄດ້ຮຽກຮ້ອງ ໃຫ້ຄູ-ອາຈານຈົ່ງສືບຕໍ່ປະຕິບັດແບບແຜນການສິດສອນໃຫ້ມີປະສິດທິພາບ, ນອກນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ນັກສຶກສາເອົາໃຈໃສ່ຕັ້ງໜ້າໃນການຄົ້ນຄວ້າສຶກສາຮ່ຳຮຽນໃຫ້ສົມກັບເປັນຜູ້ສືບທອດທີ່ດີຂອງຊາດ. ໃນຕອນທ້າຍພິທີຜູ້ເຂົ້າຮ່ວມທັງໝົດຍັງໄດ້ຮັບຊົມການສະແດງສິລະປະວັນນະຄະດີ ແລະ ການເດີນແບບຊຸດປະຍຸກ ຈາກນັກສຶກສາຕື່ມອີກ.

ພາບ ແລະ ຂ່າວໂດຍ: ສີສະຫວາດ ພັນທຸວົງ