Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ສໍາເລັດສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແຕ່ປີ 2022-2025 ຮອບທີ I

ໃນລະຫວ່າງວັນທີ 19 ກັນຍາ - 07 ຕຸລາ 2022 ຄະນະລົງຊຸກຍູ້ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ປະຈໍາປີ 2022-2025 ໄດ້ສໍາເລັດລົງຊຸກຍູ້ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໃນຮອບທີ I ຕາມແຜນ 2.1 ແລະ 2.2 ເຊິ່ງປະກອບມີ ຫ້ອງການກະຊວງກະສິກໍາ ແລະ ປ່າໄມ້, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມແຜນການ ແລະ ການຮ່ວມມື, ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ, ກົມຊົນລະປະທານ, ກົມປ່າໄມ້, ກົມກວດກາປ່າໄມ້, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກົມພັດທະນາຊົນນະບົດ, ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ, ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດລາວ-ເກົາຫຼີ, ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ, ໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ໂດຍໄດ້ຮັບການມອບໝາຍຈາກຄະນະພັກ-ຄະນະນໍາຂອງກະຊວງກະສິກໍາ ແລະ ປ່າໄມ້ ຄະນະລົງຊຸກຍູ້ສ້າງແຜນກໍານົດຄຸ້ມຄອງພະນັກງານນໍາພາ-ຄຸ້ມຄອງ ໃນຄັ້ງນີ້ໃຫ້ຢູ່ບົນພື້ນຖານການປ້ອງກັນ, ຄວາບຄຸມ ການລະບາດຂອງພະຍາດໂຄວິດ-19, ການລົງຊຸກຍູ້ໃນຄັ້ງນີ້ແມ່ນໄດ້ມີຄະນະນໍາຈາກພາກສ່ວນທີ່ກ່ຽວຂ້ອງ, ສະມາຊິກພັກ, ພະນັກງານລັດຖະກອນ ເຂົ້າຮ່ວມຢ່າງເປັນຂະບວນ ແລະ ມີຄວາມຟົດຟື້ນ

ວຽກງານສ້າງແຜນກຳນົດພະນັກງານ ເປັນຂອດວຽກງານໜຶ່ງທີ່ສຳຄັນພື້ນຖານ ຂອງວຽກງານຄຸ້ມຄອງພະນັກງານ, ເປັນການຫັນວຽກງານພະນັກງານເຂົ້າສູ່ລະບົບເປັນອັນລະອຽດ ໂດຍສະເພາະແມ່ນ ພາຍຫຼັງສຳເລັດການດຳເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ, ໄດ້ປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ, ການກຳນົດຕຳແໜ່ງງານ ແລະ ການບັນຈຸສັບຊ້ອນຈັດວາງພະນັກງານ ຂອງແຕ່ລະພາສ່ວນສຳເລັດແລ້ວ, ມີຄວາມຈຳເປັນຕ້ອງໄດ້ສ້າງແຜນກຳນົດພະນັກງານ, ເພາະວ່າ ການສ້າງແຜນກຳນົດພະນັກງານ ແມ່ນການຄາດຄະເນເປົ້າໝາຍພະນັກງານ ທີ່ຈະຈັດວາງເຂົ້າໃນຕຳແໜ່ງ ນຳພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການ ເພື່ອຮັບປະກັນການຫັນວຽກງານພະນັກງານ ດຳເນີນຕາມລະບຽບແບບແຜນ ເພື່ອຕອບສະໜອງທາງດ້ານຈຳນວນ, ຄຸນນະພາບທີ່ໜັກແໜ້ນ, ໂຄງປະກອບບຸກຄະລາກອນ ໃຫ້ເປັນລະບົບຄົບຊຸດ ເພື່ອຮັບປະກັນການສ້າງຕຳແໜ່ງພະນັກງານສືບທອດ ຜູ້ທີ່ຈະເຂົ້າໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຢ່າງຕໍ່ເນື່ອງ ແລະ ຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານ.

ໂດຍປະຕິບັດຕາມມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຜນກຳນົດພະນັກ ງານນຳພາ-ຄຸ້ມຄອງ ເລກທີ 032/ກມສພ, ລົງວັນທີ 03 ມັງກອນ 2018 ແລະ ແຈ້ງການ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 159/ຄຈສພ, ລົງວັນທີ 01 ຕຸລາ 2021 ກ່ຽວກັບການກຳນົດເວລາການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ແຜນການເຄື່ອນໄຫວການສະຫຼຸບຕີລາຄາປະເມີນຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແຕ່ປີ 2018-2020 ແລະ ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແຕ່ປີ 2022-2015 ຂອງອົງຄະນະກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0160/ຄພ.ກປ, ລົງວັນທີ 18 ເມສາ 2022.