Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ມອບ-ຮັບສູນຮຽນຮູ້ການເພາະລ້ຽງສັດນໍ້າ

ໃນວັນທີ 24 ພຶດສະພາ 2022 ຢູ່ສະໂມສອນຂອງວິທະຍາໄລກະສິກໍາ ແລະ ປ່າໄມ້ ຈໍາປາສັກໄດ້ຈັດພິທີມອບ-ຮັບ ສູນຮຽນຮູ້ການເພາະລ້ຽງສັດນໍ້າພາຍໃຕ້ໂຄງການພັດທະນາຄວາມສາມາດດ້ານການປະມົງໃຫ້ແກ່ວິທະຍາໄລກະສິກໍາ-ປ່າໄມ້ ຈໍາປາສັກ ໂດຍການເປັນປະທານຮ່ວມຂອງທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການກະຊວງກະສິກໍາ-ປ່າໄມ້ ຝ່າຍ ສປປລາວ ແລະ ທ່ານ ນາງ ຈຸລະມະນີ ຊາດສຸວັນ ຮອງປະລັດກະຊວງການຕ່າງປະເທດ ຝ່າຍຣາຊະອານາຈັກໄທ, ມີກົມຈັດຕັ້ງ ແລະ ພະນັກງານກະຊວງກະສິກໍາ ແລະ ປ່າໄມ້, ອະທິການບໍດີກົມຮ່ວມມືລະຫວ່າງປະທດ ແຫ່ງຣາຊະອານາຈັກໄທ, ຜູ້ແທນໃຫຍ່ກົງສູນແຂວງສະຫວັນນະເຂດ, ຜູ້ແທນຈາກສະຖານເອກອັກຄະລາສະທູດໄທປະຈໍານະຄອນຫຼວງວຽງຈັນ ແລະ ຄະນະອາຈານ ຈາກມະຫາວິທະຍາໄລອຸບຸນຣາຊະທານີ, ມີແນກການຕ່າງປະເທດ, ຫ້ອງວ່າການປົກຄອງແຂວງ, ພະແນກກະສິກໍາ-ປ່າໄມ້, ມະຫາວິທະຍາໄລຈໍາປາສັກ, ວິທະຍາໄລເຕັກນິກ-ວິຊາຊີບ, ອໍານາດການປົກຄອງບ້ານ ແລະ ບັນດາຄູອາຈານພາຍໃນວິທະຍາໄລກະສິກໍາ ແລະ ປ່າໄມ້ ຈໍາປາສັກເຂົ້າຮ່ວມ.
ໃນພິທີທ່ານ ຄໍາສະຫວ່າງ ສົມບູນຂັນ ຜູ້ອໍານວຍການວິທະຍາໄລກະສິກໍາ ແລະ ປ່າໄມ້ຈໍາປາສັກໄດ້ລາຍງານກ່ຽວກັບການສ້າງສູນຮຽນຮູ້ການເພາະພັນລ້ຽງສັດນໍ້າທີ່ຜ່ານມາວ່າ: ການສ້າງສູນຮຽນຮູ້ການເພາະພັນລ້ຽງສັດນໍ້າແມ່ນເລີ່ມລົງມືແຕ່ວັນທີ 30 ກັນຍາ- 31 ທັນວາ ປີ 2020 ໃນເນື້ອທີ່ທັງໝົດ 5,575.29 ຕາແມັດ ເຊິ່ງການກໍ່ສ້າງພາຍໃນສູນປະກອບມີ: ການປັບພຶ້ນທີ່ ແລະ ການເຮັດຮົ້ວກັ້ນ, ເຈາະນໍ້າບາດານ, ການປັບປຸງໜອງດິນ, ການສ້າງເຮືອນເພາະລຽ້ງ ແລະ ຂະຫຍາຍສັດນໍ້າ, ສ້າງຫໍພັກນັກສຶກສາປະຈໍາສູນ, ສ້າງຫ້ອງນໍ້າ ແລະ ສ້າງເຮືອນຜະລິດອາຫານປາ ແລະ ຫ້ອງເກັບອຸປະກອນ ໂດຍແມ່ນອົງການ TICA ໃຫ້ການຊ່ວຍ ລວມມູນຄ່າການກໍ່ສ້າງທັງໝົດ 11,156,150 ບາດ(ສະກຸນເງິນໄທ) ເຊິ່ງພາຍຫຼັງສ້າງສໍາເລັດວິທະຍາໄລກະສິກໍາ ແລະ ປ່າໄມ້ຈໍາປາສັກໄດ້ໃຊ້ປະໂຫຍດເພື່ອການຮຽນການ-ການສອນເຊັ່ນ: ການເພາະລ້ຽງໄຮແດງ, ການຜະລິດອາຫານປາຊະນິດເມັດ, ການກວດຄຸນນະພາບນໍ້າ ແລະ ສ້າງນໍ້າສີຂຽວ ແລະ ການປະສົມພັນກົບ ແລະ ການລ້ຽງປາສວຍງາມ.
ໃຫ້ກຽດກ່າວຮັບໂດຍ ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການກະຊວງກະສິກໍາ-ປ່າໄມ້ ຝ່າຍ ສປປລາວ ແລະ ກ່າວມອບໂດຍ ທ່ານ ນາງ ຈຸລະມະນີ ຊາດສຸວັນ ຮອງປະລັດກະຊວງການຕ່າງປະເທດ ຝ່າຍຣາຊະອານາຈັກໄທ ຕອນທ້າຍພິທີຍັງໄດ້ມີການຕັດແຖບຜ້າເປີດປ້າຍ ເພື່ອເປັນນິມິດໝາຍທີ່ດີໃຫ້ແກ່ການນໍາໃຊ້ສູນຮຽນຮູ້ການເພາະລ້ຽງສັດນໍ້າໃຫ້ແກ່ວິທະຍາໄລກະສິກໍາ-ປ່າໄມ້ ຈໍາປາສັກຕື່ມອີກ.
ຂ່າວ-ພາບ: ເວທີຕະ