Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງກະສິກໍາ ແລະປ່າໄມ້ ເປີດກວ້າງຄັ້ງທີ່ 3 ສະໄໝທີ V

ໃນວັນທີ່ 07 ທັນວາ 2016 ທີ່ຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ມີກອງປະຊຸມຄົບຄະນະບໍລິຫານງານພັກກະຊວງກະສິກໍາ ແລະປ່າໄມ້ ເປີດກວ້າງຄັ້ງທີ່ 3 ສະໄໝທີ Vທີ່ສະໂມສອນກະຊວງ ໃຫ້ກຽດເປັນປະທານໂດຍ ສະຫາຍ ປະລິນຍາເອກ ລຽນ ທີແກ້ວ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້, ມີ ເລຂາ-ຮອງເລຂາ, ຄະນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງ, ເລຂາຄະນະພັກຮາກຖານ-ໜ່ວຍພັກຮາກຖານ ອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ, ບັນດາສະຫາຍຄະນະບໍລິຫານງານພັກກະຊວງ ໄດ້ຂື້ນຜ່ານບົດລາຍງານໂດຍ ສະຫາຍ ນ. ພວງເພັດ ປູ່ວັງ ກໍາມະການຄະນະພັກກະຊວງ, ເລຂາຄະນະພັກຮາກຖານກົມຈັດຕັ້ງ ແລະພະນັກງານລາຍງານບົດສະຫຼຸບຕີລາຄາການຊີ້ນໍາໆພາທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງພັກ-ພະນັກງານ, ວຽກງານກວດກາ ແລະວຽກງານອົງການຈັດມະຫາຊົນ, ສະຫາຍ ໄຊປລາເດດ  ຈຸລະມະນີ ກໍາມະການຄະນະພັກກະຊວງ, ເລຂາຄະນະພັກຮາກຖານກົມແຜນການ ແລະການຮ່ວມມື ກໍ່ໄດ້ຂື້ນຜ່ານບົດສະຫຼຸບລາຍງານແຜນພັດທະນາກະສິກໍາ. ນອກນັ້ນ, ສະຫາຍ ປະລິນຍາເອກ ພວງປາຣິສັກ ປຣະວົງວຽງຄໍາ ຄະນະປະຈໍາພັກກະຊວງ ໄດ້ສະເໜີຮ່າງພາລະບົດບາດ ຂອງກະຊວງກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ ສະບັບປັບປຸງໃໝ່ ແລະສະຫາຍ ຄໍາພັນ ເໝືອນສິດທິດາ ກໍາມະການຄະນະພັກກະຊວງ, ເລຂາຄະນະພັກຮາກຖານຫ້ອງການກະຊວງກະສິກໍາ ແລະປ່າໄມ້ ສະເໜີຜ່ານຮ່າງໂຄງການດຳເນີນງານ ຂອງຄະນະບໍລິຫານງານກະຊວງນັບແຕ່ປີ 2017-2020.

ແລະໃນຕອນບ່າຍກໍ່ໄດ້ຮັບກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ,  ສະຫາຍ ປະລິນຍາເອກ ລຽນ ທີແກ້ວ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດຂື້ນລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານກະຊວງກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ ໂດຍໃຫ້ຮູ້ວ່າ: ປະຈຸບັນຄະນະບໍລິຫານງານພັກກະຊວງ ມີ 14 ສະຫາຍ, ຍິງ 1 ສະຫາຍ, ປະກອບດ້ວຍ 12 ຄະນະພັກຮາກຖານ,​ ມີ 02 ໜ່ວຍພັກຮາກຖານ,  46 ໜ່ວຍພັກ ແລະມີ 53 ຈຸພັກ, ມີສະມາຊິກພັກທັງໝົດ 780 ສະຫາຍ,ຍິງ 186 ສະຫາຍ. ດ້ານໜ້າທີ່ການເມືອງ ແມ່ນເລັ່ງໃສ່ຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮອດປີ 2020,​2025 ແລະວິໄສທັດ 2030 ໂດຍສົມທົບກັບທ້ອງຖິ່ນ ໃນທົ່ວປະເທດ ສຸມໃສ່ຈັດຕັ້ງ  4 ແຜນງານຫຼັກຄື: ແຜນງານຄໍ້າປະກັນດ້ານສະບຽງອາຫານ, ແຜນງານຜະລິດເປັນສິນຄ້າ, ແຜນງານພັດທະນາປ່າໄມ້ແບບຍືນຍົງ ແລະ ແຜນງານພັດທະນາຊົນນະບົດ ແລະລືບລ້າງຄວາມທຸກຍາກ. ໃນປີ 2016 ຜ່ານມາ, ສາມາດຜະລິດເຂົ້າໄດ້ 4,2 ລ້ານໂຕນ ແລະພືດສະບຽງ ປະຕິບັດໄດ້ 1.700.000 ກວ່າໂຕນ.

ກອງປະຊຸມໃນຄັ້ງນີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ ໄດ້ໃຫ້ກຽດຊີ້ນໍາໂດຍສະເໜີໃຫ້ ຄະນະພັກຄະນະນໍາ ກະຊວງ ຕ້ອງພັດທະນາກະສິກໍາ ຕິດພັນກັບການປຸງແຕ່ງ, ຜະລິດກະສິກໍາສະອາດ, ສີຂຽວ ແລະຮັບປະກັນປອດສານເຄມີໃນການຜະລິດ, ໃນ4 ປີຕໍ່ໜ້າ ຕ້ອງຜະລິດສະບຽງອາຫານ ໃຫ້ມີຄວາມໜັກແໜ້ນ ຮັບປະກັນດ້ານໂພສະນາການຂອງປະຊາຊົນ, ສົ່ງເສີມຄອບຄົວຕົວແບບ, ຟາມ ແລະບັນດາວິສາຫະກິດກະສິກໍາ ແລະ ວຽກງານພັດທະນາຊົນນະບົດ ແມ່ນຕ້ອງເຮັດໜ້າທີ່ສ້າງແຜນການ, ປະສານງານຊີ້ນໍາ, ກວດກາ ຢ່າງເປັນປົກກະຕິ ເພື່ອຮັບປະກັນ ໃຫ້ໄດ້ຮັບຜົນສໍາເລັດໃນຕໍ່ໜ້າ.  ກອງປະຊຸມດັ່ງກ່າວໄດ້ດໍາເນີນເປັນເວລາ 3 ວັນຈຶ່ງສຳເລັດລົງຢ່າງຈົບງາມ.