Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ເປີດສູນກະສິກໍາທັນສະໄໝສາກົນ ຫຼວງພະບາງ

ວັນທີ 27 ຕຸລາ 2023 ນີ້ຢູ່ທີ່ຫ້ອງປະຊຸມວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຈັດພິທີເປີດສູນກະສິກໍາທັນສະໄໝຫຼວງພະບາງ ຂຶ້ນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຢານ ຈິນມິງ ອໍານວຍການວິທະຍາໄລກະສິກຳເຊິນຕູ ສປ ຈີນ, ທ່ານ ຈັ່ງ ເສີຜິງ ຫົວໜ້າກົງສຸນໃຫຍ່ແຫ່ງ ສປ ຈີນ ປະຈໍາຫຼວງພະບາງ, ມີທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງກະສິກຳ ແລະ ປ່າໄມ້, ມີສະຖາບັນການສຶກສາທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້, ແຂກຖືກເຊີນຈາກບໍລິສັດອ້ອມຂ້າງ, ພະແນການອ້ອມຂ້າງວິທະຍາໄລ, ຄະນະອໍານວຍການ ພ້ອມດ້ວຍພະນັກງານຄູອາຈານ ແລະ ນັກສຶກສາ ພາຍໃນວິທະຍາໄລ ເຂົ້າຮ່ວມ.

ທ່ານ ສີປະໄພ ໄຊສົງຄາມ ກ່າວວ່າ: ພິທີຄັ້ງນີ້ ເປັນການຮ່ວມມືລະຫວ່າງ ວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ແຂວງຫຼວງພະບາງ ແລະ ວິທະຍາໄລກະສິກໍາ ເຈິນຕູ ສປ ຈີນ ຊຶ່ງຂອບເຂດການຮ່ວມມືແມ່ນມີຫຼາຍດ້ານເຊັ່ນ: ການໃຫ້ທຶນກາສຶກສາໄປຍົກລະດັບຂອງຄູອາຈານ ແລະ ນັກສຶກສາໃນສາຂາປູກຝັງ, ລ້ຽງສັດ-ສັດຕະວະແພດ ການບໍລິຫານການທ່ອງທ່ຽວທີ ສປ ຈີນ, ການແລກປ່ຽນອາຈານໃນການສິດສອນ ລະຫວ່າງ 2 ວິທະຍາໄລ, ການຝຶກອົບຮົມໄລຍະສັ້ນ, ການຄົ້ນຄ້ວາທົດລອງທາງດ້ານກະສິກໍາ ແລະ ນະວະຕະກໍາກະສິກໍາ, ການທົດລອງແນວພັນເຂົ້າ 10 ແນວພັນ, ການແລກປ່ຽນວັດທະນະທໍາ ແລະ ການຮຽນພາສາຈີນ ຊຶ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ຜັນຂະຫຍາຍຍຸດທະສາດພັດທະນາບຸກຄະລາກອນຂອງຂະແໜງກະສິກໍາ ແລະ ປ່າໄມ້ຮອດປີ 2025,ວິໄສທັດ 2030 ແລະເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດການຮ່ວມມືແບບພິເສດຄູ່ຮ່ວມຊະຕາກໍາລາວ-ຈີນ, ຈີນ-ລາວ ເວົ້າລວມ ເວົ້າສະເພາະແມ່ນເປັນການແລກປ່ຽນບົດຮຽນແລະທັດສະນະສຶກສາພາຍໃຕ້ໂຄງການຮ່ວມມືເສັ້ນທາງສາຍໄໝກະສິກໍາເພື່ອການທ່ອງທ່ຽວ ແລະ ພັກຜ່ອນຢ່ອນໃຈຂອງປະຊາຊົນ 2 ປະເທດຢູ່ສະຖານທີ່ກະສິກໍາ ແລະ ປ່າໄມ້ ພາກເໜືອ ແຂວງຫຼວງພະບາງ. ແຕ່ສິ່ງສໍາຄັນແມ່ນເປັນການຜັນຂະຫຍາກອບການຮ່ວມມືທາງດ້ານວິຊາການ, ວິທະຍາສາດ ແລະເຕັກໂນໂລຊີ ຫຼື ນະວະຕະກໍາກະສິກໍາລະຫວ່າງສອງປະເທດໃຫ້ກ້າວສູ່ລວງເລິກ, ກ້ວາງຂວາງຜ່ານພຶດຕິກໍາຕົວຈິງ ແລະ ສ້າງໂອກາດອໍານວຍຄວາມສະດວກໃນທຸກລະດັບ, ສ້າງເງື່ອນໄຂຊ່ວຍເຫຼືອຮ່ວມມືລະຫວ່າງໂຮງຮຽນວິທະຍາໄລຂອງ ສປປ ລາວ ກັບບັນດາໂຮງຮຽນເຕັກນິກວິຊາຊີບຂອງ ສປ ຈີນໃນອານາຄົດ, ສ້າງຄູ່ຮ່ວມພັດທະນາດ້ານເຕັກນິກ ແລະ ວິຊາການກັບສາກົນໃນທົ່ວໂລກ. ພິທີຄັ້ງນີ້ທາງບໍລິສັດ ກະສິກໍາ ມົດຄໍາ ຂອງ ສປ ຈີນໄດ້ມອບອຸປະກອນຫ້ອງທົດລອງການປູກເນື້ອເຍື່ອ ມູນຄ່າ 10.000 ຢ່ວນ ຫຼື 28 ລ້ານກວ່າກີບໃຫ້ແກ່ ວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ ແຂວງຫຼວງພະບາງ ພ້ອມທັງເປີດປ້າຍ ກະສິກໍາທັນສະໄໝສາກົນ ຫຼວງພະບາງ ລາວ-ຈີນຕື່ມອີກ.

ຂ່າວ: ສີສະຫວາດ ພັນທຸວົງ