Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ເປີດສົກຮຽນໃໝ່ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ

ໃນຕອນແລງ ວັນທີ 5 ຕຸລາ 2023 ນີ້ ຢູ່ສະໂມສອນຂອງວິທະຍາໄລກະສິີກຳ ແລະ ປ່າໄມ້ ພາກເໜືອ ໄດ້ມີພິທີເປີດສົກຮຽນໃໝ່ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຂຶ້ນ, ໂດຍການເປັນປະທານ ຂອງ ທ່ານ ອຸໄທ ສຸກຂີ ຮັກສາການອໍານວຍການວິທະຍາໄລ, ມີພະນັກງານຄູອາຈານ ແລະ ນັກສຶກສາ ພາຍໃນວິທະຍາໄລ ເຂົ້າຮ່ວມ.

ໃນພິທີ ທ່ານ ນວນທອງ ອິນທະລີ ຫົວໜ້າຫ້ອງການພັດທະນາວິຊາການ ໄດ້ຂຶ້ນຜ່ານບົດສະຫຼຸບສົກຮຽນ 2022-2023 ແລະ ທິດທາງແຜນການໃນຕໍ່ໜ້າ, ຈາກນັ້ນພິທີໄດ້ມີການມອບ ໃບຍ້ອງຍໍ ແລະ ໃບຊົມເຊີຍ ໃຫ້ຄູອາຈານ ໃນການປະຕິບັດຂໍ້ແຂ່ງຂັນ 3 ເນື້ອໃນ 4 ເປົ້າໝາຍ ພາຍໃຕັຄຳຂວັນ “ຕັ້ງໜ້າພັດທະນາຫຼັກສູດ, ການຮຽນ-ການສອນ, ສອນດີ-ສອນເກັ່ງ, ຮຽນດີ-ຮຽນເກັ່ງ” ຂອງວິທະຍາໄລ ປະຈໍາປີ 2022. ໃນນີ້ໄດ້ຮັບໃບຍ້ອງຍໍ ທັງໝົດ 55 ຄົນ, ຍິງ 16 ຄົນ ແລະ ໃບຊົມເຊີຍ 21 ຍິງ 9 ຄົນ.

ຈາກນັ້ນ ທ້າວ ສຸລິນທອນ ແກ້ວຄໍາພອນ ຕາງໜ້ານັກສຶກສາຂຶ້ນອ່ານປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ ໂດຍແມ່ນນາຍຄູຄຳເປັນຜູ້ທຳອິດຢູ່ໃນ ສປປ ລາວ, ນາຍຄູຄຳໄດ້ຜ່ານຜ່າອຸປະສັກນາໆປະການຢ່າງລະອິດລະອ້ຽວ. ພາຍຫຼັງທີ່ປະຊົນລຸກຮື້ຂຶ້ນຍຶດອຳນາດ ການສຶກສາໄດ້ມີລັກສະນະຊາດ ຈຶ່ງຄ່ອຍປະກົດຕົວເປັນຮູບເປັນຮ່າງມາເທື່ອລະກ້າວ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ປະເທດຊາດມີຄວາມຈະເລີນກ້າວໜ້າເທົ່າໃດກໍ່ຍິ່ງເຮັດໃຫ້ສັງຄົມມີຄວາມລະນືກເຖິງບຸນຄຸນອັນດີງາມຂອງຄູຫຼາຍຂຶ້ນ, ເມື່ອເປັນແນວນັ້ນຈຶ່ງມີຄວາມຈຳເປັນກຳນົດໃຫ້ມີວັນຄູແຫ່ງຊາດ, ໂດຍກຳນົດເອົາວັນເຂົ້າຮັບລາດສະການຂອງນາຍຄູຄຳ ເຊິ່ງເປັນຄູຜູ້ທຳອິດຂອງສັນຊາດລາວຄື ວັນທີ 7 ຕຸລາ ຂອງທຸກໆປີ ເປັນວັນຄູແຫ່ງຊາດ. ພາຍຫຼັງການອ່ານປະຫວັດວັນຄູແຫ່ງຊາດ ຕາງໜ້ານັກສຶກສາແຕ່ລະຫ້ອງໄດ້ຂຶ້ນອ່ານສານອວຍພອນຄູ ໃນໂອກາດດັ່ງກ່າວ ທ່ານ ອຸໄທ ສຸກຂີ ໄດ້ມີຄຳເຫັນໂອ້ລົມ ທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວັນຄູແຫ່ງຊາດລາວ ແລະ ບົດບາດຂອງຄູທີ່ມີຄວາມສໍາຄັນຕໍ່ວຽກງານການສຶກສາ ຊຶ່ງເປັນພື້ນຖານທີ່ສໍາຄັນໃນການກໍ່ສ້າງວິຊາການທີ່ດີຮັບໃຊ້ສັງຄົມ ແລະ ທ່ານຍັງໄດ້ຮຽກຮ້ອງ ໃຫ້ຄູ-ອາຈານຈົ່ງສືບຕໍ່ປະຕິບັດແບບແຜນການສິດສອນໃຫ້ມີປະສິດທິພາບ, ນອກນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ນັກສຶກສາເອົາໃຈໃສ່ຕັ້ງໜ້າໃນການຄົ້ນຄວ້າສຶກສາຮ່ຳຮຽນໃຫ້ສົມກັບເປັນຜູ້ສືບທອດທີ່ດີຂອງຊາດ.

ຂ່າວ: ສິສະຫວາດ ພັນທຸວົງ