Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີວາງສີລາລຶກ ກໍ່ສ້າງໂຄງການບູລະນະຖ້ຳກະສິກຳ ທີ່ເມືອງວຽງໄຊ

ພິທີໄດ້ຈັດຂື້ນໃນວັນທີ 17 ພຶດສະພາ 2023 ຢູ່ທີ່ຖ້ຳກະສິກຳ ເມືອງວຽງໄຊ ແຂວງຫົວພັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ພວງເພັດ ປູວັງ ຄະນະປະຈໍາພັກກະຊວງ, ຫົວໜ້າ ກົມກວດກາ ກະຊວງກະສິກຳ ແລະ ປ່າໄມ້ ມີຄະນະຮັບຜິດຊອບ ແລະ ພາກສ່ວນກ່ຽວຂ້ອງຂັ້ນກະຊວງ, ຂັ້ນແຂວງ, ຂັ້ນເມືອງ, ບໍລິສັດຜູ້ຮັບເໝົາ ຕະຫຼອດຮອດແຂກຖືກເຊີນເຂົ້າຮ່ວມ; ໃນພິທີ ຜູ້ເຂົ້າຮ່ວມໄດ້ຮັບຟັງປະຫວັດຄວາມເປັນມາໂດຍຫຍໍ້ຂອງໂຄງການກໍ່ສ້າງຖໍ້າກະສິກຳ ເມືອງວຽງໄຊ ຕັ້ງຢູ່ບ້ານພູໄຊ ເມືອງວຽງໄຊ ແຂວງຫົວພັນ ຈາກຄະນະຮັບຜິດຊອບ, ແຕ່ກ່ອນເຄີຍເປັນສະຖານທີ່ເກັບມ້ຽນສະບຽງອາຫານເພື່ອສະໜອງໃຫ້ແນວໜ້າໃນການຕໍ່ສູ້ກູ້ຊາດໃນປະຫວັດສາດຜ່ານມາ ແລະ ເປັນສະຖານທີ່ໜຶ່ງທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ເມື່ອເຫັນໄດ້ຄວາມສຳຄັນດັ່ງກ່າວ ມາຮອດປີ 2018 ຄະນະພັກແຕ່ລະຂັ້ນ ແລະ ພາກສ່ວນກ່ຽວຂ້ອງຂັ້ນເມືອງໄດ້ສົມທົບກັນເພື່ອເລີ່ມຕົ້ນບູລະນະກໍ່ສ້າງ ຕາມແຜນການກໍ່ສ້າງໄດ້ມີຫຼາຍໜ້າວຽກເປັນຕົ້ນ ກໍ່ສ້າງອາຄານຫ້ອງການ, ໜ້າວຽກປັບປຸງພາຍໃນຖ້ຳ, ກໍ່ສ້າງຫໍພັກ ພະນັກງານ, ກໍ່ສ້າງຫ້ອງນ້ຳສາທາລະນະ, ກໍ່ສ້າງອາຄານຂາຍເຄື່ອງທີ່ລະນຶກ ແລະ ຜະລິດຕະພັນກະສິກຳ ແລະ ປະກອບເຟີນີເຈີ ພາຍໃນຖ້ຳ ລວມມູນຄ່າ 3,511,184,577 ກີບ ຄາດວ່າຈະໃຫ້ສໍາເລັດພາຍໃນ 1 ປີນັບແຕ່ມື້ລົງມືຈັດຕັ້ງປະຕິບັດ.
ພາບ-ຂ່າວໂດຍ: ມິຖຸນາ ອິນທະວົງ (ກົມກວດກາ)